(vovworld) – ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຄັ້ງທີ 1, ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 36 (AIPA 36), ເຊິ່ງດຳເນີນໄປໃນວັນທີ 08/09, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີນງອກເຊີນ ຖືວ່າ: ໜ້າທີ່ທີ່ໄດ້ວາງອອກສຳລັບບັນດານັກສ້າງກົດໝາຍໃນຈຸດເວລານີ້ ແມ່ນສຸມໃສ່ສ້າງບັນດາກອບກົດໝາຍໃຫ້ສົມບູບແບບໃນວິວັດການເຊື່ອມຕໍ່ພາກພື້ນໃຫ້ແໜ້ນແຟ້ນກວ່າ, ໜູນຊ່ວຍບັນດາປະເທດອາຊຽນ ພ້ອມກັບການປະຕິບັດວິໄສທັດປະຊາຄົມອາຊຽນ ທີ່ສັນຕິພາບ, ສະຖຽນລະພາບ ແລະ ວັດຖະນາຖາວອນໃຫ້ບັນລຸປະສິດທິຜົນ. ເຕື້ອງເຖິງຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງພາກພື້ນ ຕໍ່ໜ້າບັນດາສິ່ງທ້າທາຍຫາກໍພົ້ນເດັ່ນຂຶ້ນຄື ລັດທິກໍ່ການຮ້າຍ ເຊິ່ງຫວ່າງແລ້ວນີ້ແມ່ນເຫດວາງລະເບີດຢູ່ນະຄອນຫຼວງບາງກອກ, ປະເທດໄທ, ບັນຫາຊາວອົບພະຍົບ, ສະພາບການເຄັ່ງຕຶງຢູ່ທະເລຕາເວັນອອກ… ທ່ານ ຮີນງອກເຊີນ ຖືວ່າ, ດ້ວຍຈິດໃຈສາມັກຄີ, ຮ່ວມມື, ເຫັນດີເຫັນພ້ອມ, ຫວຽດນາມ ເຊື່ອໝັ້ນວ່າ ປະຊາຄົມອາຊຽນ ຈະສືບຕໍ່ເສີມຂະຫຍາຍກຳລັງແຮງ, ມານະພະຍາຍາມປະຕິບັດບັນດາການເຄື່ອນໄຫວທີ່ຍັງເຫຼືອໃຫ້ສຳເລັດ. ຫວຽດນາມ ເຫັນດີກັບຫົວຂໍ້ “ເຊື່ອມຈອດປະຊາຊົນອາຊຽນ ເພື່ອປະຊາຊົນ, ຖືປະຊາຊົນເປັນໃຈກາງ ມຸ້ງໄປເຖິງການຮອບດ້ານ” ແລະ ເນື້ອໃນໂຄງການດຳເນີນງານຂອງ AIPA 36 ຄັ້ງນີ້.