ພົນເອກ ຟູ່ງກວາງແທງ
(ພາບ: TTXVN)
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ມາເລເຊຍ, ທ່ານ ພົນເອກ ຟູ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 9 (ADMM – 9) ແລະ ພິທີໄຂງານວາງສະແດງການບິນ - ການເດີນທະເລສາກົນ Langkawi (LIMA) ຢູ່ ມາເລເຊຍ ແຕ່ວັນທີ 14 – 18/3.
ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 9 ເພື່ອແນໃສ່ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບເຂົ້າບັນດາຂົງເຂດຮ່ວມມືໃນຂອບເຂດ ADMM, ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືປ້ອງກັນປະເທດຂອງ ຫວຽດນາມ ໃນ ອາຊຽນ. ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີໄຂງານວາງສະແດງການບິນ - ການເດີນທະເລສາກົນ Langkawi (LIMA) ປີ 2015 ເພື່ອແນໃສ່ຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ມາເລເຊຍ ກ່ວາອີກ.