ກອງປະຊຸມສຸດຍອດກ່ຽວກັບການສຶກສາເພື່ອການພັດທະນາ ຫາກໍ່
ດຳເນີນໄປຢູ່ Oslo
(ພາບ: AFP)
|
(vovworld) - ກອງປະຊຸມສຸດຍອດກ່ຽວກັບການສຶກສາເພື່ອການພັດທະນາ ຫາກໍ່ດຳເນີນໄປຢູ່ Oslo, ປະເທດນອກແວ ໃນລະຫວ່າງວັນທີ 6-7/7. ທີ່ວາລະເຮັດວຽກຕ່າງໆ, ຜູ້ແທນສາກົນກວ່າ 400 ຄົນ ໄດ້ສຸມໃສ່ປຶກສາຫາລືມາດຕະການຕ່າງໆ ເພື່ອແນໃສ່ເພີ່ມທະວີການອຸປະຖຳໃຫ້ແກ່ການສຶກສາເພື່ອການພັດທະນາ, ດ້ວຍ 4 ເນື້ອໃນຕົ້ນຕໍ: ເພີ່ມທະວີການລົງທຶນໃນຂົງເຂດສຶກສາ ເພື່ອຮັບປະກັນການສຶກສາໃຫ້ເດັກນ້ອຍທຸກຄົນ, ເອົາໃຈໃສ່ເປັນພິເສດເຖິງການສຶກສາໃຫ້ເດັກຍິງ, ຍົກສູງຄຸນນະພາບການສອນ ແລະ ການຮຳ່ຮຽນ ແລະ ຊຸກຍູ້ການສຶກສາໃນກໍລະນີຮີບດ່ວນ ແລະ ວິກິດການ.
ທ່ານລັດຖະມົນຕີວ່າການກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ຟ້າມວຸລ້ວນ, ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ນະທີ່ນີ້, ທ່ານໄດ້ແບ່ງປັນບັນດາບົດຮຽນ, ຜົນສຳເລັດຂອງຫວຽດນາມ ໃນການພັດທະນາການສຶກສາ ບຳລຸງສ້າງ, ນະໂຍບາຍ ແລະ ການລົງທຶນຂອງລັດຖະບານໃນຂົງເຂດສຶກສາ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ການນຳໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນຂອງຫວຽດນາມ. ທ່ານລັດຖະມົນຕີ ເນັ້ນໜັກວ່າ.
ທີ່ວາລະອັດ, ກອງປະຊຸມໄດ້ອອກ “ຖະແຫຼງການ Oslo” ເຊິ່ງລວມມີບັນດາຂໍ້ສະເໜີກ່ຽວກັບທິດອຸປະຖຳເພື່ອການພັດທະນາເຖິງປີ 2030. ບັນດາຜົນຂອງກອງປະຊຸມ Oslo ແລະ ກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການອຸປະຖຳເພື່ອການພັດທະນາຢູ່ Addis Ababa ຈະມາເຖິງ ຈະຖືກນຳເຂົ້າໂຄງການດຳເນີນງານກ່ຽວກັບຄາດໝາຍພັດທະນາແບບຍືນຍົງຫຼັງປີ 2015 ຂອງ ສະຫະປະຊາຊາດ, ແລະຄາດວ່າຈະຖືກຮັບຮອງເອົາໃນເດືອນ 9 ຢູ່ກອງປະຊຸມໃຫຍ່ໃຫຍ່ ສະຫະປະຊາຊາດ ເຊິ່ງຈະດຳເນີນຢູ່ນິວຢອກ.