ຫວຽດນາມເຂົ້າຮ່ວມກອງປະຊຸມເວທີປາໄສສະມາຊິກລັດຖະສະພາອາຊີ-ປາຊີຟິກຢູ່ເມກຊີໂກ
ທ່ານ ຫງວຽນແຮ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດນຳໜ້າຄະນະຜູ້ແທນຫວຽນາມ ເຂົ້າຮ່ວມກອງປະຊຸມ
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 13 – 16/1, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫງວຽນແຮ້ງຟຸກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດນຳໜ້າ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 22 ເວທີປາໄສສະມາຊິກລັດຖະສະພາ ອາຊີ - ປາຊີຟິກ (APPF) ຖືກຈັດຂຶ້ນຢູ່ພາກຕາເວັນຕົກ ເມກຊີໂກ. ກ່າວຄຳເຫັນທີ່ວາລະປະຊຸມດ້ວຍຫົວຂໍ້ວ່າການເມືອງ ແລະ ການປ້ອງກັນຄວາມສະຫງົບ, ທ່ານ ຫງວຽນແຮ້ງຟຸກ ເນັ້ນໜັກວ່າ: ແຜນນະໂຍບາຍຂອງ ຫວຽດນາມ ແມ່ນສືບຕໍ່ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຢືດໝັ້ນປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ເພື່ອຜົນປະໂຫຍດຂອງຊາດ, ເພື່ອປະເທດ ສັງຄົມນິຍົມ ຫວຽດນາມ ຮັ່ງມີເຂັ້ມແຂງ. ຕາມທ່ານ ຫງວຽນແຮ້ງຟຸກ ແລ້ວ, ສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບົດບາດ ແລະ ພາລະໜ້າທີ່ການທູດລັດຖະສະພາເປັນຢ່າງດີ, ປະກອບສ່ວນຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ຂອງວຽກງານການຕ່າງປະເທດ...
ໃນໄລຍະເຂົ້າຮ່ວມກອງປະຊຸມ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ພ້ອມກັບບັນດາຜູ້ແທນສາກົນປຶກສາຫາລືຫຼາຍບັນຫາກ່ຽວຂ້ອງເຖິງບັນດາຂົງເຂດເສດຖະກິດ, ການເມືອງ, ປ້ອງກັນຄວາມສະຫງົບ ແລະ ພັດທະນາ, ປົກປັກຮັກສາສິ່ງແວດລ້ອມ ແລະ ວາງແຜນການພັດທະນາຫຼັງປີ 2015... ຄຽງຄູ່ກັບບັນດາການເຄື່ອນໄຫວຢ່າງເປັນທາງການແລ້ວ, ຄະນະກໍ່ສະຫງວນເວລາພົບປະກັບຜູ້ຕາງໜ້າສະພາແຫ່ງຊາດ ເມກຊີໂກ ແລະ ຍີ່ປຸ່ນ, ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ 2 ຝ່າຍ.