ຫວຽດນາມເຂົ້າຮ່ວມກອງ ປະຊຸມວິທະຍາສາດ ແຫ່ງຊີວິດອາຊຽນ
Xuan Son ນັກຂ່າວ VOV ປະຈຳໄທ -  
(ພາບ:.langsontv.vn)
(vovworld)-ກອງປະຊຸມວິທະຍາສາດແຫ່ງຊີວິດອາຊຽນ ພວມຈັດຂຶ້ນຢູ່ບາງກອກ ປະເທດໄທ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດອາຊຽນ ແລະ ປະເທດນອກພາກພື້ນຈຳນວນໜຶ່ງຄື: ຍີ່ປຸ່ນ, ສ ເກົາຫຼີ, ຈີນ, ອົດສະຕາລີ ຊື່ງລວມມີກອງປະຊຸມສຳມະນາສາກົນ ແລະ ງານວາງສະແດງຄັ້ງຕ່າງໆ ໄດ້ຖືກຈັດຂຶ້ນແຕ່ວັນທີ 17-19/7 ເພື່ອແນໃສ່ຍົກສູງບົດບາດຂອງວິທະຍາສາດແຫ່ງຊີວິດ ແລະ ເຕັກໂນໂລຊີຊີວະສາດ ຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່, ກະກຽມເປັນຢ່າງດີກ່ວາອີກ ໃຫ້ແກ່ທາອ່ຽງເຊື່ອມໂຍງ ແລະ ຫັນເປັນເສລີໃນອາຊຽນ ໃນປີ 2015. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າກົມຂໍ້ມູນຂ່າວສານວິທະຍາສາດເຕັກໂນໂລຊີແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ທີ່ກອງປະຊຸມຄັ້ງນີ້ ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງກ່ຽວກັບບັນດາຜົນງານການຄົ້ນຄ້ວາກ່ຽວກັບຊີວະສາດ, ການຢາ, ການແພດ ຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່ ພ້ອມທັງໂຄສະນາໃຫ້ບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຂົງເຂດວິທະຍາສາດແຫ່ງຊີວິດ ແລະ ບັນດາການເຄື່ອນໄຫວລະດັບສາກົນ ຊື່ງຈະຖືກຈັດຕັ້ງຂຶ້ນໃນໄລຍະຈະມາເຖິງ. ຮ້ານວາງສະແດງຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກວົງການນັກຄົ້ນຄ້ວາ, ນັກຮຽນຮູ້ປະເທດຕ່າງໆເປັນຈຳນວນຫຼວງຫຼາຍ. ພິເສດບັນດາຜູ້ແທນເຂົ້າຮ່ວມກໍ່ມີຄວາມສົນໃຈຕໍ່ບັນດາຜົນງານດ້ານເຕັກໂນໂລຊີຊີວະສາດ, ລະອຽດແມ່ນການຄົ້ນຄ້ວາກ່ຽວກັບ gen ເຂົ້າ ຊື່ງຫວຽດນາມ ບັນລຸໄດ້ໃນຂົງເຂດກະສິກຳ.
Xuan Son ນັກຂ່າວ VOV ປະຈຳໄທ