ຫວຽດນາມເຂົ້າຮ່ວມການສົນທະນາຂັ້ນສູງກ່ຽວກັບນະໂຍບາຍຢູ່ ECOSOC
ຫວຽດນາມເຂົ້າຮ່ວມການສົນທະນາຂັ້ນສູງ
ກ່ຽວກັບນະໂຍບາຍຢູ່ ECOSOC
(vovworld)- ໃນລະຫວ່າງ ວັນທີ 3-4/5/2016, ທ່ານ ດັ່ງຮຸຍດົງ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການສົນທະນາຂັ້ນສູງ ຂອງສະພາເສດຖະກິດ ແລະ ສັງຄົມ ສະຫະປະຊາຊາດ (ECOSOC) ກ່ຽວກັບການປະສານສົມທົບດ້ານ ນະໂຍບາຍ ຢູ່ ສຳນັກງານ ສປຊ ຢູ່ນະຄອນຫຼວງນີວຢອກ, ສະຫະລັດອາເມລິກາ. ກ່າວຄວາມເຫັນ ທີ່ວາລະການປຶກສາຫາລື ບັນຫາສະເພາະກ່ຽວກັບ “ຂອບເຂດລະບອບລະບຽບການ ແລະ ການສ້າງນະໂຍບາຍ”, ທ່ານລັດຖະມົນຕີວ່າການ ດັ່ງຮຸຍດົງ ເນັ້ນໜັກວ່າ: ການປະສານສົມທົບ ແລະ ປ່ຽນແປງໃໝ່ນະໂຍບາຍ ແມ່ນເພື່ອແນໃສ່ຮ່ວມແຮງຮ່ວມໃຈ ຜັນຂະຫຍາຍໂຄງການດຳເນີນງານ ພັດທະນາລວມ ຂອງທົ່ວໂລກ ຊຶ່ງເປັນສິ່ງທ້າທາຍ ທັງເປັນໂອກາດ ສຳລັບທຸກໆປະເທດ, ມີຄວາມໝາຍພິເສດ ສຳລັບປະເທດ ທີ່ຫາກໍ່ເຂົ້າຮ່ວມກຸ່ມ ບັນດາປະເທດມີລາຍຮັບປານກາງ ຕ່ຳຄືຫວຽດນາມ. ເພື່ອຫັນເປັນການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງ ສປຊ ຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງນັ້ນ, ລັດຖະບານຫວຽດນາມ ກຳລັງສ້າງແຜນສັງລວມ ເພື່ອປະຕິບັດ SDG ຢູ່ ຫວຽດນາມ, ທ່ານລັດຖະມົນຕີວ່າການ ດັ່ງຮຸຍດົງ ກໍ່ແບ່ງປັນຂໍ້ມູນ ແລະ ບົດຮຽນ ຂອງຫວຽດນາມຫຼາຍຢ່າງ ໃນການລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກ, ສ້າງລັດຖະບານເອເລັກໂຕນິກ, ສ້າງລະບົບໜູນຊ່ວຍຊີວິດສັງຄົມໃຫ້ສົມບູນແບບ, ຮັບປະກັນຜົນປະໂຫຍດຂອງຜູ້ອອກແຮງງານ.