ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:baotintuc
|
(vovworld)- ການໂອ້ລົມສົນທະນາ “ການກະທຳທາງທິດຕາເວັນອອກ” ເປັນຄັ້ງທຳອິດຖືກໄຂຂຶ້ນຢູ່ ສຳນັກງານຂອງສູນຄົ້ນຄ້ວາ “Brookings India” ຢູ່ ນະຄອນຫລວງ New Delhi ເມື່ອວັນທີ 5/4. ການໂອ້ລົມສົນທະນາດັ່ງກ່າວໂດຍແມ່ນກະຊວງການຕ່າງປະເທດ ອິນເດຍ ແລະ ສູນຄົ້ນຄ້ວາ Brookings India ພ້ອມກັນຈັດຕັ້ງຂຶ້ນ ດ້ວຍຈຸດປະສົງແມ່ນປຶກສາຫາລືບັນດາມາດຕະການຮ່ວມມືໃນວິວັດການຜັນຂະຫຍາຍ “ການກະທຳທາງທິດຕາເວັນອອກ” ດ້ວຍບົດບາດໃຈກາງຂອງອາຊຽນ, ເພີ່ມທະວີການພົວພັນ ແລະ ເຊື່ອມຕໍ່ ອິນເດຍ ກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກ ແລະ ຍາວໄກກວ່າ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີການຕ່າງປະເທດ ຫົວຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເຫດການ ໄດ້ຕີລາຄາສູງນະໂຍບາຍ“ການກະທຳທາງທິດຕາເວັນອອກ” ຂອງອິນເດຍ ໃນການເພີ່ມທະວີການພົວພັນກັບບັນດາປະເທດ ສະມາຊິກ ອາຊຽນ. ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີການຕ່າງປະເທດ ຖືວ່າ: ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອິນເດຍ ແລະ ຫວຽດນາມ ກໍຄືຊຸກຍູ້ການຜັນຂະຫຍາຍນະໂຍບາຍ “ການກະທຳທາງທິດຕາເວັນອອກ”, ສອງຝ່າຍຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ຊຸກຍູ້ການຮ່ວມມືໃນບາງບັນຫາຄື: ເພີ່ມທະວີການເຊື່ອມຕໍ່ຟີຊີກ, ດີຈີຕອນ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການຮ່ວມສຳພັນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ເປັນຕົ້ນໃນໄວຫນຸ່ມ. ອິນເດຍ ສາມາດເພີ່ມທະວີການຫນູນຊ່ວຍບັນດາປະເທດ ອາຊຽນ ໃນການພັດທະນາຂົງເຂດວິທະຍາສາດເຕັກໂນໂລຊີ, ກະສິກຳ ແລະ ບຳລຸງພາສາອັງກິດ.