(ພະນັກງານສະຖານທູດ ຫວຽດນາມ ແຕ່ງອາຫານ
ພື້ນເມືອງແນະນຳໃຫ້ເພື່ອນມິດສາກົນ)
(vovworld) – ວັນທີ 7/11, ຢູ່ນະຄອນຫລວງ ວຽງຈັນ ຂອງ ລາວ, ດຳເນີນງານຕະຫລາດນັດກຸສົນສາກົນ 2015 (WIG Bazaar 2015). ນີ້ແມ່ນງານຕະຫລາດນັດ ໂດຍບັນດານັກການທູດພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫລວງ ວຽງຈັນ ຈັດຕັ້ງ ເພື່ອແນໃສ່ກໍ່ສ້າງກອງທຶນໃຫ້ບັນດາໂຄງການກ່ຽວກັບສຸຂະພາບ ແລະ ການສຶກສາ, ໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ ລາວ. ງານຕະຫລາດນັດ ໄດ້ຮັບການສະໜັບສະໜູນຈາກບັນດາສະຖານທູດ, ວິສາຫະກິດ ແລະ ອົງການຈັດຕັ້ງສາກົນອື່ນໆໃນນະຄອນຫລວງ ວຽງຈັນ, ໃນນັ້ນມີ ສະຖານທູດ ຫວຽດນາມ ປະຈຳ ລາວ. ງານຕະຫລາດນັດໄດ້ດຶງດູດຮ້ານວາງສະແດງ 180 ຮ້ານ ເພື່ອວາງສະແດງ ແລະ ຂາຍບັນດາຜະລິດຕະພັນທີ່ເປັນມູນເຊື້ອ ກໍຄືແນະນຳອາຫານການກິນ, ການທ່ອງທ່ຽວ, ວັດທະນະທຳ…ຂອງບັນດາປະເທດໃນໂລກ. ທີ່ງານຕະຫລາດນັດຄັ້ງນີ້, ບັນດາພະນັກງານສະຖານທູດ ຫວຽດນາມ ໄດ້ແຕ່ງອາຫານພື້ນເມືອງຫລາຍເຍື່ອງ ເພື່ອແນະນຳໃຫ້ເພື່ອນມິດສາກົນ.