ຜູ້ຕາງໜ້າອົງການການຄ້າຫວຽດນາມ ຢູ່ ອັກຊັງຕີນ
ເຮັດວຽກກັບລູກຄ້າຢູ່ງານຕະຫຼາດນັດ Fiar-2015
(ພາບ: Diệu Hương/Vietnam+)
(vovworld) - ວັນທີ 16/4, ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນວຽກງານທູດການຄ້າໃນຂອບເຂດງານຕະຫຼາດນັດສາກົນກ່ຽວກັບອາຫານການກິນ (Fiar-2015) ໄດ້ດຳເນີນຢູ່ນະຄອນ Rosario, ຂຶ້ນກັບແຂວງ Santa Fe, ຫ່າງຈາກນະຄອນຫຼວງ Buenos Aires ຂອງ ອັກຊັງຕີນ 300 ກິໂລແມັດໄປທາງທິດຕາເວັນອອກສຽງເໜືອ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ Fiar ເຊິ່ງດຳເນີນໃນລະຫວ່າງວັນທີ 15-18/4, ໂດຍຫ້ອງການການຄ້າ ອັກຊັງຕີນ ສົມທົບກັບອຳນາດການປົກຄອງ Rosario ຈັດຕັ້ງຂຶ້ນ. ງານຕະຫຼາດນັດປີນີ້, ມີການເຂົ້າຮ່ວມຂອງວິສາຫະກິດ ອັກຊັງຕີ 300 ແຫ່ງ ແລະ ຜູ້ຕາງໜ້າບັນດາປະເທດຄື: ເມັກຊີໂກ, ໂກລົມເບຍ, ອີຕາລີ, ລັດເຊຍ, ອາເມລິກາ, ຕວກກີ, ໂປໂລຍ, ຫວຽດນາມ....ບັນດາຜະລິດຕະພັນສະບຽງອາຫານ, ອຸປະກອນອຸດສາຫະກຳ ກໍ່ຄືອຸດສາຫະກຳຜະລິດສະບຽງອາຫານ ທີ່ໄດ້ວາງສະແດງຢູ່ບັນດາຮ້ານວາງສະແດງດ້ວຍເນື້ອທີ່ທັງໝົດແມ່ນ 4.000 m2. ໃນຂອບເຂດກອງປະຊຸມກໍ່ໄດ້ດຳເນີນເວທີປາໄສອຸດສາຫະກຳອາຫານການກິນສາກົນ ແລະ ເວທີປາໄສຄວາມປອດໄພດ້ານອາຫານການກິນ.
ຜູ້ຕາງໜ້າອົງການການຄ້າຫວຽດນາມ ຢູ່ ອັກຊັງຕີນ ໄດ້ແນະນຳໂດຍສັງເຂບກ່ຽວກັບລະບຽບການພາສີ ສຳລັບສິນຄ້າປະເພດຕ່າງໆຂອງວິສາຫະກິດບັນດາປະເທດອາເມລິກາໃຕ້ ທີ່ຢາກສົ່ງອອກມາຍັງຕະຫຼາດ ຫວຽດ ນາມ ກໍ່ຄືຄວາມສາມາດບົ່ມຊ້ອນຂອງບັນດາປະເພດສິນຄ້າຄື: ກາເຟ, ຢາງພາລາ ແລະ ຜະລິດຕະພັນໄມ້ຂອງ ຫວຽດນາມ.