(vovworld) – ໃນລະຫວ່າງວັນທີ 31/08 – 06/09, ຢູ່ນະຄອນຫຼວງ Maputo, ໄດ້ຈັດງານຕະຫຼາດນັດ FACIM - ໂມຊຳບິກ ໂດຍອົງການສົ່ງເສີມການສົ່ງອອກໂມຊຳບິກ (IPEX) ຈັດຕັ້ງ. ນີ້ແມ່ນງານຕະຫຼາດຍນັດສາກົນ ມີຂອບຂະໜາດໃຫຍ່ທີ່ສຸດຢູ່ ໂມຊຳບິກ, ດ້ວຍການເຂົ້າຮ່ວມຂອງ 680 ວິສາຫະກິດ ທີ່ມາຈາກ 31 ປະເທດ ແລະ ວິສາຫະກິດປະມານ 1.900 ວິສາຫະກິດ ທີ່ມາຈາກບັນດາແຂວງ, ນະຄອນຂອງໂມຊຳບິກ. ທີ່ FACIM 2015 ນີ້, ດ້ວຍການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈຳ ໂມຊຳບິກ, ເປັນຄັ້ງທຳອິດ ຮ້ານວາງສະແດງຂອງຫວຽດນາມ, ດ້ວຍບັນດາຜະລິດຕະພັນໃຊ້ສອຍ ໂດຍບໍລິສັດໃຫຍ່ການຄ້າຮ່າໂນ້ຍ (HAPRO) ເປັນເຈົ້າພາບແນະນຳ ແລະ ໂຄສະນາ.
ເລື່ອງຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ມີຄວາມຫຼາຍຢ່າງໃນການສຳພັດ ແລະ ຂຸດຄົ້ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້ ຢູ່ ພາກໃຕ້ Sahara, ເຂດທີ່ຂະຫຍັນຂັນເຄື່ອນທີ່ສຸດກ່ຽວກັບເສດຖະກິດຢູ່ ໂມຊຳບິກ.