ຮູບເງົາ "ຊີວິດຂອງ ອຽນ"
|
(vovworld)- ຂະແຫນງຮູບເງົາຫວຽດນາມ ຈະເຂົ້າຮ່ວມງານມະຫາກຳ “ສາຍຮູບເງົາສາກົນຄັ້ງທຳອິດ - ຟີລີບປີນ ປີ 2016” (World Premieres Film Festival of Philippine ) ດຳເນີນແຕ່ວັນທີ 29/6- 11/7 ຢູ່ ມານີລາ ປະເທດ ຟີລີບປີນ. ງານມະຫາກຳ ຮູບເງົາ ມີ 6 ປະເພດ: ຮູບເງົາເຂົ້າຮ່ວມການເສັງ; ຮູບເງົາ ຟີລີບປີນ ທັນສະໄຫມ; ຮູບເງົາ ອາຊີ ຕາເວັນອອກສ່ຽງໃຕ້; ຮູບເງົາໂລກ; ຈຸດເດັ່ນຮູບເງົາແຫ່ງຊາດ, ຮູບເງົາ ຫວຽດນາມ, ຮູບເງົາ ລັດເຊຍ. ໃນລາຍການຂອງງານມະຫາກຳ ຄັ້ງນີ້ ຮູບເງົາເຂົ້າຮ່ວມການເສັງ ແມ່ນປະເພດສຳຄັນທີ່ສຸດ. ມາດຖານເພື່ອເລືອກເຟັ້ນຮູບເງົາເຂົ້າຮ່ວມການເສັງ ແມ່ນ: ຮູບເງົາໃຫມ່, ເປັນຄັ້ງທຳອິດນຳມາສາຍຢູ່ເຫດການຮູບເງົາສາກົນ, ສະແດງຄວາມເປັນຫລາຍຮູບຫລາຍແບບຂອງສີສັນວັດທະນະທຳ, ສ່ອງແສງບັນດາບັນຫາກ່ຽວກັບມະນຸດ ແລະ ສັງຄົມຢ່າງເລິກເຊິ່ງ. ຫວຽດນາມ ໄດ້ເລືອກເຟັ້ນຮູບເງົາ “ຊີວິດຂອງ ອຽນ” ໂດຍ ດີງຕວນຫວູ ເປັນຜູ້ກຳກັບການສະແດງ ເພື່ອນຳມາສາຍໃນເຫດການນີ້. ຮູບເງົາເລື່ອງນີ້ແມ່ນເວົ້າເຖິງຊີວິດ ແລະ ຊາຕາກຳຂອງແມ່ຍິງຫວຽດນາມໃນເມື່ອກອ່ນ, ສະແດງໃຫ້ເຫັນການເສຍສະຫລະ ແລະ ກຳລັງແຮງເພື່ອຊ່ວຍໃຫ້ແມ່ຍິງຫວຽດນາມຜ່ານຜ່າທຸກຄວາມຫຍຸ້ງຍາກ.