ຫວຽດນາມເຂົ້າຮ່ວມງານວາງສະແດງແລະກອງປະຊຸມເຄື່ອງອຸປະກອນປ້ອງກັນຄວາມປອດໄພອາຊີຢູ່ມາເລເຊຍ
ຫວຽດນາມເຂົ້າຮ່ວມງານວາງສະແດງແລະກອງປະຊຸມ
ເຄື່ອງອຸປະກອນປ້ອງກັນຄວາມປອດໄພອາຊີຢູ່ມາເລເຊຍ
(ພາບ: Vietnam+)
(vovworld) – ວັນທີ 21/10, ຄະນະຜູ້ແທນຂະແໜງຕຳຫຼວດ ແລະ ປ້ອງກັນຄວາມສະຫງົບທີ່ມາຈາກບັນດາປະເທດອາຊຽນ ແລະ ບາງປະເທດໃນພາກພື້ນອາຊີ - ປາຊີຟິກ ໄດ້ເຂົ້າຮ່ວມງານວາງສະແດງ ແລະ ກອງປະຊຸມເຄື່ອງອຸປະກອນປ້ອງກັນຄວາມປອດໄພອາຊີ ຄັ້ງທີ 4 (GPEC Asia 2015), ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ. GPEC Asia 2015 ແມ່ນເຫດການລະດັບສາກົນ ໃນບັນດາຂົງເຂດຕຳຫຼວດ ແລະ ປ້ອງກັນຄວາມປອດໄພພາຍໃນປະເທດ, ແມ່ນເວທີປາໄສສຳຄັນເພື່ອໃຫ້ນັກຊ່ຽວຊານດ້ານປ້ອງກັນຄວາມສະຫງົບບັນດາປະເທດໃນພາກພື້ນພົບປະ, ແລກປ່ຽນດ້ານວິຊາສະເພາະ, ແນວຄິດ, ແບ່ງປັນບົດຮຽນ ແລະ ຊຸກຍູ້ການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ກໍຄືຮັບມືກັບໄພນາບຂູ່ກໍ່ການຮ້າຍ. ມີກວ່າ 300 ບໍລິສັດທີ່ມາຈາກເກືອບ 20 ປະເທດໃນໂລກເຂົ້າຮ່ວມງານວາງສະແດງ ແລະ ແນະນຳບັນດາຜະລິດຕະພັນ, ເຄື່ອງອຸປະກອນ ແລະ ຕັກໂນໂລຊີການປ້ອງກັຮຄວາມປອດໄພໃໝ່ທີ່ກ້າວໜ້າ ແລະ ທັນສະໄໝທີ່ GPEC 2015.
ຄະນະຜູ້ແທນຫວຽດນາມ ໂດຍພົນຕີ ບຸຍວັນແທ່ງ, ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຫວຽດນາມ ນຳໜ້າ, ເຂົ້າຮ່ວມເຫດການຄັ້ງນີ້. ໃນຂອບເຂດງານວາງສະແດງ ແລະ ກອງປະຊຸມແຕ່ວັນທີ 21 – 23/10, ຄະນະຜູ້ແທນຫວຽດນາມ ແລະ ຄະນະຜູ້ແທນປະເທດຕ່າງໆ ຈະເຂົ້າຮ່ວມການເຈລະຈາປ້ອງກັນຄວາມສະຫງົບສາກົນ Putrajaya...