ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(VOVWORLD) -ວັນທີ 14 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມປຶກອອນລາຍສາຫາລືກ່ຽວກັບສະພາບການຢູ່ໂກລົມເບຍ ແລະ ການເຄ່ື່ອນໄຫວຂອງຄະນະປະຕິບັດການຕິດຕາມກວດກາ ສປຊ ປະຈຳ ໂກລົມເບຍ. ທ່ານ Carlos Ruiz Massieu ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ປສຊ, ຫົວໜ້າຄະນະປະຕິບັດງານຕິດຕາມກວດກາ ໄດ້ເຂົ້າຮ່ວມ ແລະ ນຳສະເໜີບົດລາຍງານຂອງ ທ່ານເລຂາທິການໃຫຍ່ ສປຊ.
ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ - ảnh 1ກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ

ນະທີ່ນີ້, ຫວຽດນາມ ແລະ ອິນໂດເນເຊຍ ໂດຍເປັນສອງປະເທດ ສະມາຊິກ ອາຊຽນ ປະຈຳ ສະພາຄວາມໝັ້ນຄົງ ສປຊ, ໄດ້ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາ, ເພີ່ມທະວີການເຈລະຈາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າໃຫ້ຫວຽດນາມ ແລະ ອິນໂດເນເຊຍ, ຮັບຮູ້ບັນດາບາດກ້າວຢ່າງຕັ້ງໜ້າຂອງ ຂໍ້ຕົກລົງສັນຕິພາບ. ຕໍ່ໜ້າສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນ ແລະ ບຸກໂຈມຕີໃສ່ບັນດາປະຊາຄົມຊາວ ໂກລົມເບຍ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຕີລາຄາສູງຕໍ່ການຮຽກໂຮມ ປະຊຸມຂອງຄະນະກຳມະການຮັບປະກັນຄວາມໝັ້ນຄົງ ແຫ່ງຊາດ ແລະ ສະເໜີໃຫ້ບັນດາຝ່າຍໃຫ້ບຸລິມະສິດໜ້າທີ່ປົກປ້ອງສາມັນຊົນ, ພິເສດແມ່ນ ແມ່ຍິງ ແລະ ເດັກນ້ອຍ.

ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມປຶກສາຫາລືກ່ຽວກັບສະພາບການ Sahara ໃນຫວ່າງແລ້ວນີ້ ຂອງ ສະພາຄວາມໝັ້ນຄົງ ສປຊ. ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ສະແດງການສະໜັບສະໜູນຕໍ່ບັນດາຄວາມານະພະຍາຍາມຊຸກຍູ້ວິວັດຂະບວນການສ້າງສັນຕິພາບຂອງ ຄະນະປະຕິບັດງານ MINURSO.

ຕອບກັບ

ຂ່າວ/ບົດ​ອື່ນ