ຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງ35ປີແຫ່ງວັນປະຕິວັດSandinoບັນລຸຜົນສຳເລັດ
ປະຊາຊົນ Nicaragua ເຂົ້າຮ່ວມພິທີສະເຫຼີມສະຫຼອງ 35 ປີແຫ່ງວັນໄຊຊະນະຂອງການປະຕິວັດ Sandino
(ພາບ: Phạm Hoài Nam/TTXVN)
(vovworld) – ຕອນຄຳ່ວັນທີ 19/7, ຢູ່ນະຄອນຫຼວງ Managua ຂອງ Nicaragua ໄດ້ດຳເນີນງາມໂຮມຊຸມນຸມສະເຫຼີມສະຫຼອງ 35 ປີແຫ່ງວັນໄຊຊະນະຂອງການປະຕິວັດ Sandino (19/7/1979 – 19/7/2014). ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງເຂົ້າຮ່ວມພິທີ. ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີ Nicaragua Daniel Ortega ໄດ້ທົບທວນຄືນປະຫວັດສາດທີ່ສະຫງ່າລາສີແຫ່ງການ, ຕໍ່ສູ້ເພື່ອພື້ນຖານເອກະລາດຕາມແນວທາງຂອງນັກປະຕິວັດ Augusto Cesar Sandino ດ້ວຍຈຸດຍອດຍິ່ງແມ່ນໄຊຊະນະຂອງການປະຕິວັດ Sandino ເມື່ອວັນທີ 19/7/1979, ໂຄ່ນລົ້ມລະບອບຜະເດັດການ Somoza. ເມື່ອເຕື້ອງເຖິງໜ້າທີ່ໃນໄລຍະຈະມາເຖິງຂອງການປະຕິວັດ Sandino, ທ່ານປະທານາທິບໍດີ Daniel Ortega ເນັ້ນໜັກວ່າ: Nicaragua ສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີແຫ່ງຊາດຕ້ານໄພອຶດຫິວ ທຸກຍາກ, ຊຸກຍູ້ການຮ່ວມມື ແລະ ຮ່ວມສຳພັນກັບບັນດາປະເທດໃນພາກພື້ນເພື່ອຜ່ານຜ່າການທ້າທາຍໃນຍຸກສະໄໝໃໝ່.