ຫວຽດນາມເຂົ້າຮ່ວມວັນບຸນອາຫານການກິນອາຊຽນຢູ່ອີຢີບ

 ຫວຽດນາມເຂົ້າຮ່ວມວັນບຸນອາຫານການກິນອາຊຽນຢູ່ອີຢີບ - ảnh 1
ວັນ​ບຸນ​ອາ​ຫານ​ການ​ກິນ​ອາ​ຊຽນ​ຢູ່ ອີ​ຢີບ
ພາບ:vov

(vovworld)-​ ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ​ຂອງ​ຫວຽດ​ນາມຫລາຍ​ເຍື່ອງ​ຄື: ແນມ, ເຝີງົວ…ພ້ອມ​ກັບ​ເຍື່ອງ​ອາ​ຫານ​ຂອງຫລາຍ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໄດ້​ນຳ​ມາ​ແນະ​ນຳ​ໃຫ້​ເພື່ອນ​ມິດ ອີ​ຢີບ ​ໃນ​ໂອ​ກາດ​ວັນ​ບຸນ​ອາ​ຫານ​ການ​ກິນ​ອາ​ຊຽນ ດຳ​ເນີນ​ໃນ​ວັນ​ທີ 25/10 ທີ່​ສະ​ໂມ​ສອນ​ຕຳ​ຫລວດ​ຢູ່​ເມືອງ​ໃຈ​ກາງ​ນະ​ຄອນ​ຫລວງ Cairo ປະ​ເທດ​ອີ​ຢີບ. ທ່ານ ຫງວຽນ​ຮົ່ງ​ເຊີນ ອຸ​ປະ​ທູດ​ຊົ່ວ​ຄາວ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຢີບ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ໂດຍ​ຄະ​ນະ​ກຳ​ມະ​ການ ອາ​ຊຽນ ປະ​ຈຳ ອີ​ຢີບ ຈັດ​ຂຶ້ນ ເພື່ອ​ແນະ​ນຳ ແລະ ໂຄ​ສ​ະ​ນາ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເຖິງ​ເພື່ອນ​ມິດ​ສາ​ກົນ ກໍ​ຄື​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ​ໃນ​ປີ 2015.

 

 

ຂ່າວ/ບົດ​ອື່ນ