ຫວຽດ​ນາມ​ເຂົ້າ​ຮ່ວມສັບ​ປະ​ດາ ຄວາມ​ປ​ອດ​ໄພ​ ອິນ​ເຕີ​ແນັດ ສາ​ກົນ​ຢູ່ ສິງ​ກະ​ໂປ

(VOVWORLD) -ວັນທີ 1 ຕຸລາ, ພິທີໄຂສັບປະດາຄວາມປອດໄພ ອິນເຕີແນັດ ສາກົນຄັ້ງທີ 4 ໄດ້ດຳເນີນຢູ່ ສິງກະໂປ, ໂດຍມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ລັດຖະບານ, ນັກວາງແຜນນະໂຍບາຍ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າວິສາຫະກິດທີ່ມາຈາກຫຼາຍປະເທດໃນໂລກ.
ຫວຽດ​ນາມ​ເຂົ້າ​ຮ່ວມສັບ​ປະ​ດາ ຄວາມ​ປ​ອດ​ໄພ​ ອິນ​ເຕີ​ແນັດ ສາ​ກົນ​ຢູ່ ສິງ​ກະ​ໂປ - ảnh 1

ທ່ານ Teo Chee Hean ລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປກ່າວຄຳເຫັນທີ່ກອງປະຊຸມ (ພາບ: straitstimes)

 ທ່ານ ພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ. ທີ່ພິທີໄຂ, ທ່ານ Fabrizo Hochschild, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ຮັບຜິດຊອບການປະສານງານດ້ານຍຸດທະສາດ ທັງເປັນທີ່ປຶກສາພິເສດໃຫ້ແກ່ວຽກງານກະກຽມ ການສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ, ເຊື່ອໝັ້ນວ່າ ດ້ວຍຈິດໃຈຮ່ວມມື, ຄວາມສາມັກຄີ ແລະ ຄວາມມານະພະຍາຍາມຂອງບັນດາຜູ້ແທນທັງໝົດ, ສັບປະດາ ຄວາມປອດໄພ ອິນເຕີແນັດສາກົນ ຢູ່ ສິງກະໂປ ຄັ້ງທີ 4 ຈະສືບຕໍ່ຍົກອອກບັນດາມາດຕະການທີ່ແທດຈິງ, ປະກອບສ່ວນປັບປຸງຄວາມປອດໄພຂອງອິນເຕີແນັດຢ່າງໝັ້ນຄົງ, ພ້ອມແລ້ວທີ່ຈະຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງພື້ນຖານເສດຖະກິດດີຈີຕອນໃນອະນາຄົດ.

        ທ່ານ Holger Sontag, ຜູ້ອຳນວຍການຮັບຜິດຊອບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຂອງ ບໍລິສັດ Cyber Trap, ໃຫ້ຮູ້ວ່າ ນັບແຕ່ເວລາຫາກໍ່ສຳຜັດກັບຕະຫຼາດ ຫວຽດນາມ, ທ່ານມີຄວາມປະທັບໃຈທີ່ສຸດເມື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື ແລະ ແລກປ່ຽນກັບບັນດາຄູ່ຮ່ວມມື ຫວຽດນາມ. ຊາວຫວຽດນາມ ຍາມໃດກໍ່ມີສະຕິ ແລະ ລະດັບສູງໃນການຮັກສາຄວາມປອດໄພອິນເຕີແນັດ. ຄຽງຄູ່ກັນນັ້ນ,  ຫວຽດນາມ ກໍ່ຮັບຮູ້ໄດ້ຢ່າງຈະແຈ້ງກ່ຽວກັບເລື່ອງຕ້ອງສືບຕໍ່ມີບັນດາບາດກ້າວພັດທະນາຕໍ່ໄປ, ເປີດກ້ວາງຂອບເຂດການນຳໃຊ້ເຕັກໂນໂລຢີ, ເອົາໃຈໃສ່ເປັນພິເສດເຖິງບັນຊີ້ນສ່ວນ ແລະ ບັນຫາຢ່າງລະອຽດກ່ວາອີກເພື່ອສາມາດສະກັດກັ້ນ ແລະ ຮັບມືກັບທຸກໆໄພອັນຕະລາຍກ່ຽວກັບຄວາມປອດໄພອິນເຕີແນດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ