ຫວຽດນາມເຂົ້າຮ່ວມເວທີປາໄສກອງປະຊຸມສຸດຍອດໂລກກ່ຽວກັບສັງຄົມສື່ສານ
ທ່ານ ຟ້າມຮົ່ງຫາຍ ກ່າວຄຳເຫັດທີ່ກອງປະຊຸມ
(ພາບ: TTXVN)
(vovworld) - ໃນລະຫວ່າງວັນທີ 02 – 06/05, ທ່ານ ຟ້າມຮົ່ງຫາຍ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ - ສື່ສານ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສກອງປະຊຸມສຸດຍອດໂລກກ່ຽວກັບສັງຄົມສື່ສານປີ 2016 ຢູ່ນະຄອນ ເຊີແນວ (ສະວິດ). ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນກ່ວາ 1.500 ທ່ານທີ່ມາຈາກ 140 ປະເທດ. ເວທີປາໄສສະຫງວນ 2 ວັນ ຄືວັນທີ 03 ແລະ ວັນທີ 04/05 ໃຫ້ບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ຂັ້ນສູງ, ການນຳວິສາຫະກິດ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ດ້ວຍບັນດາວາລະເຈລະຈາ, ກອງປະຊຸມໂຕະມົນ ເພື່ອແນໃສ່ບັນດາຝ່າຍແບ່ງປັນ, ແລກປ່ຽນຂໍ່ມູນຂ່າວ. ທີ່ວາລະປະຊຸມກ່ຽວກັບ “ຮັດແຄບຊ່ອງຫວ່າງເລກ” ທ່ານ ຟ້າມຮົ່ງຫາຍ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ - ສື່ສານ ແນະນຳນະໂຍບາຍ, ວິທີການຜັນຂະຫຍາຍ ເຊິ່ງ ຫວຽດນາມ ປະຕິບັດໃນຊຸມປີຜ່ານມາ ແນໃສ່ຮັດແຄບຊ່ອງຫວ່າງເລກລະຫວ່າງບັນດາເຂດຊົນນະບົດ ແລະ ຕົວເມືອງ, ຄົນຮັ່ງມີ ແລະ ຄົນທຸກຍາກ. ທ່ານ ຟ້າມຮົ່ງຫາຍ ກໍ່ແບ່ງປັນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ຫວຽດນາມ ແລະ ບັນດາປະເທດພວມພັດທະນາເວົ້າລວປະສົບ. ຈາກນັ້ນ ຫວຽດນາມ ຮຽກຮ້ອງບັນດາອົງການຈັດຕັ້ງສາກົນ, ບັນດາປະເທດເອົາໃຈໃສ່ໜູນຊ່ວຍ ເພື່ອໃຫ້ ຫວຽດນາມ ອາດກໍ່ສ້າງພື້ນຖານໂຄງລ່າງລວມທີ່ອະນຸຍາດໃຫ້ເຊື່ອມຕໍ່ລະຫວ່າງບັນດາຊົນເຜົ່າ, ປະຊາຄົມໃນທົ່ວໂລກນຳກັນ.