ຫວຽດນາມເຂົ້າຮ່ວມເວທີປາໄສໃຫຍ່ສຸດໃນພາກພື້ນກ່ຽວກັບການສຶກສາມະຫາວິທະຍາໄລແລະຄົ້ນຄ້ວາພາສາຝລັ່ງ.
ພາບປະກອບ
|
(vovworld)-ວັນທີ 4/4, ກອງປະຊຸມອະທິການບໍດີບັນດາມະຫາວິທະຍາໄລໃນກຸ່ມປະເທດໃຊ້ພາສາຝລັ່ງ ຢູ່ ອາຊີ - ປາຊີຟີກ ຄັ້ງທີ 12 (CONFRASIE) ໄດ້ໄຂຂຶ້ນຢູ່ມະຫາວິທະຍາໄລ Rangit ຢູ່ ນະຄອນຫລວງ ບາງກອກ ປະເທດໄທ ດ້ວຍຫົວຂໍ້ຈຸດສຸມ “ມະຫາວິທະຍາໄລ ອາຊີ ປາຊີຟີກ: ວັນນີ້ ແລະ ອະນາຄົດ”. ເຫດການດັ່ງກ່າວໄດ້ດຶງດູດຜູ້ແທນ 100 ຄົນ ສັງກັດບັນດາອົງການສຶກສາ ແລະ ຄົ້ນຄ້ວາທີ່ມາຈາກ ກຳປູເຈຍ, ສເກົາຫລີ, ຈີນ, ລາວ, ມົງໂກນ, New Caledonia, Fiji, ໄທ. ຫວຽດນາມເຂົ້າຮ່ວມເຫດການລວມມີຜູ້ຕາງຫນ້າຂອງ 52 ມະຫາວິທະຍາໄລນຳໃຊ້ພາສາຝລັ່ງ.
ກອງປະຊຸມ CONFRASIE ຄັ້ງທີ 12 ແມ່ນໂອກາດເພື່ອແລກປ່ຽນກ່ຽວກັບນະໂຍບາຍຄຸ້ມຄອງ ແລະ ວິທະຍາສາດ ກໍຄືສິ່ງທ້າທາຍໃຫຍ່ ຊື່ງບັນດາມະຫາວິທະຍາໄລພວມປະເຊີນຫນ້າຄື: ຄຸນນະພາບຂອງບັນດາຫລັກສູດບຳລຸງສ້າງ ແລະ ຄົ້ນຄ້ວາ, ກາລະໂອກາດວຽກເຮັດງານທຳຂອງນັກສຶກສາຮຽນຈົບມະຫາວິທະຍາໄລ ກໍຄືຄວາມຮັບຜິດຊອບສັງຄົມຂອງບັນດາມະຫາວິທະຍາໄລ. ຕາມທ່ານ ຫງວຽນງອກດ້ຽນ, ປະທານ CONFRASIE ແລ້ວ, ບັນດາບັນຫາປຶກສາຫາລືທີ່ເວທີປາໄສນີ້ແມ່ນພື້ນຖານກຳນົດເນື້ອໃນໃຫ້ແກ່ກອງປະຊຸມໃຫຍ່ບັນດາມະຫາວິທະຍາໄລສະມາຊິກຂອງ AUF ໃນທົ່ວໂລກ ຈະດຳເນີນທີ່ນະຄອນ Marrakeck ຢູ່ ມາຣົກ ໃນເດືອນ 5 ຈະມາເຖິງ.