ຫວຽດນາມເຂົ້າຮ່ວມ ຢ່າງຕັ້ງໜ້າໃນການເຄືອ່ນໄຫວ ຂອງປະຊາຄົມ ພາສາຝະລັ່ງ
ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ພົບປະກັບທ່ານເລຂາທິການໃຫຍ່ອົງການພາສາຝະລັ່ງສາກົນ Abdou Diouf
(ພາບ:internet)
|
Vovworld- ກອງປະຊຸມຂັ້ນສູງປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງຄັ້ງທີ່ 14 ໄດ້ຖືກໄຂຂຶ້ນຢູ່ Kinshasa ປະເທດ ກົງໂກ. ກອງປະຊຸມຂັ້ນສູງປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງຄັ້ງນີ້ ມີຫົວເລື່ອງວ່າ “ປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ - ບັນດາສິ່ງທ້າທາຍຕໍ່ສິ່ງແວດລ້ອມ ແລະ ເສດຖະກິດທີ່ມີຕໍ່ທົ່ວໂລກ ” . ນີ້ກໍແມ່ນໂອກາດເພື່ອໃຫ້ບັນດາປະເທດພາຄີເຊີດຊູບົດບາດຂອງປະຊາຄົມ, ບັນດາຄຸນຄ່າຂອງພາສາຝະລັ່ງ ກໍຄືການສະໜັບສະໜູນບົດບາດຂອງທະວີບອາຟະລິກາໃນປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ ແລະ ການຄຸ້ມຄອງທົ່ວໂລກ. ຄະນະຜູ້ແທນຫວຽດນາມໂດຍທ່ານນາງຮອງປະທານປະເທດ Nguyen Thi Doan ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ.
ທີ່ການພົບປະທ່ານເລຂາທິການໃຫຍ່ອົງການພາສາຝະລັ່ງສາກົນ Abdou Diouf ຢູ່ນອກກອງປະຊຸມ, ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອົງການພາສາຝະລັ່ງສາກົນ ກໍຄືບັນດາປະເທດພາຄີ. ທ່ານນາງຮອງປະທານປະເທດ Nguyen Thi Doan ຍັງໃຫ້ຄຳໝັ້ນໝາຍວ່າ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາການເຄືອ່ນໄຫວຂອງ ປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ ແລະ ປະຕິບັດບັນດາຄຳໝັ້ນສັນຍາຢ່າງເຂັ້ມງວດ. ໃນຂອບເຂດການເຄື່ອນໄຫວ, ທ່ານນາງຮອງປະທານປະເທດ Nguyen Thi Doan ຍັງມີການພົບປະກັບ ນາຍົກ ລັດຖະມົນຕີ ຈີບູຕີ, ລັດຖະມົນຕີການຕ່າງປະເທດ ຮາຍຕີ ແລະ ລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດ ຣູມານີ ແລະ ອື່ນໆ.