ທ່ານ ຫງວຽນດິ່ງທາວ ເມອບໃບຢັ້ງຢືນນ້ຳໃຈກຸສົນ
ໃຫ້ທ່ານ Oscar Alberto Goldadler
(ພາບ: vietnam+)
(vovworld) - ວັນທີ 07/01, ທ່ານ ຫງວຽນດິ່ງທາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕີນ ໄດ້ມອບໃບຢັ້ງຢືນນ້ຳໃຈກຸສົນຂອງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົມ/ດີໂອຊີນ (VAVA) ໃຫ້ທ່ານ Oscar Alberto Goldadler ຍ້ອນບັນດາການປະກອບສ່ວນ ແລະ ການສະໜັບສະໜູນຂອງທ່ານໃຫ້ແກ່ສະມາຄົມ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນດິ່ງທາວ ໄດ້ຂອບໃຈທ່ານ Goldadler ທີ່ຍາມໃດກໍ່ສະຫງວນນ້ຳໃຈອັນລ້ຳຄ່າຂອງໃຫ້ແກ່ປະຊາຊົນ ຫວຽດນາມ, ພິເສດແມ່ນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົມ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ການສະໜັບສະໜູນຂອງທ່ານ Goldadler ໃຫ້ແກ່ VAVA ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະ ມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.