ບັນດານາງງາມເຂົ້າຮ່ວມການປະຊຸມຂ່າວ
ພາບ:phununews.vn
|
(vovworld)- ເພື່ອເຊີດຊູຄວາມງາມຂອງແມ່ຍິງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເປັນຄັ້ງທຳອິດຫວຽດນາມ ເປັນເຈົ້າພາບຈັດຕັ້ງງານປະກວດນາງງາມມິດຕະພາບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປີ 2017 ຢູ່ ແຂວງ ຟູອຽນ. ນີ້ແມ່ນຂ່າວຄາວຊື່ງຄະນະຈັດຕັ້ງງານປະກວດນາງງາມແຈ້ງໃຫ້ຊາບໃນວັນທີ 21/3 ທີ່ການປະຊຸມຂ່າວແນະນຳກ່ຽວກັບງານປະກວດນາງງາມດັ່ງກ່າວ. ຕາມຄະນະຈັດຕັ້ງແລ້ວ, ບັນດາຜູ້ເຂົ້າຮ່ວມງານປະກວດນາງງາມເລີ່ມລົງທະບຽນນັບແຕ່ວັນທີ 15/3. ບັນດາປະເທດໃນພາກພື້ນ ຈະສົ່ງຕົວແທນມາເຂົ້າຮ່ວມ. ສະເພາະຕົວແທນໃຫ້ຫວຽດນາມ ລົງທະບຽນເຂົ້າຮ່ວມຕ້ອງແມ່ນຜູ້ໄດ້ຮັບລາງວັນທີ 3 ຂຶ້ນໄປໃນບັນດາງານປະກວດນາງງາມລະດັບຊາດ. ຮອບຊິງຊະນະເລີດຈະດຳເນີນໃນວັນທີ 1/6. ຜູ້ໄດ້ຮັບນາມມະຍົດເປັນນາງງາມມິດຕະພາບ ອາຊຽນ ປີ 2017 ຈະພ້ອມກັບຄະນະຈັດຕັ້ງເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳສາກົນ ເພື່ອໂຄສະນາວັດທະນະທຳທ່ອງທ່ຽວຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຖິງເພື່ອນມິດສາກົນ.