ຫວຽດນາມເປັນປະທານຮ່ວມຈັດຕັ້ງການໂອ້ລົມສົນທະນາສາກົນຢູ່ເຊີແນວກ່ຽວກັບ ຕ້ານໄພການຄ້າມະນຸດ
ຄະນະປະຕິບັດງານ ຫວຽດນາມ
ຄຽງຂ້າງສະຫະປະຊາຊາດຢູ່ ເຊີແນວ
(ພາບ: TTXVN)
(vovworld) - ວັນທີ 27/09 ຢູ່ນອກກອງປະຊຸມສະພາສິດທິມະນຸດຊຸດທີ 33 ຢູ່ ເຊີແນວ (ສະວິດ), ຫວຽດນາມ ສົມທົບກັບ 7 ປະເທດລວມມີ: ຟີລີບປິນ, ອິນໂດເນເຊຍ, ຈີນ, ອາເມລິກາ, ໂກດສຕາຣິກາ, ອົດສະຕາລີ, ເຢຍລະມັນ ແລະ ອົງການອົບພະຍົບສາກົນ ພ້ອມກັນຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບ “ການສຶກສາໃຫ້ແມ່ຍິງ ແລະ ເດັກຍິງ ເພື່ອແນໃສ່ປ້ອງກັນຕ້ານໄພການຄ້າມະນຸດ”. ເຂົ້າຮ່ວມການໂອ້ລົມສົນທະນາມີຜູ້ແທນ 80 ຄົນທີ່ມາຈາກ 29 ປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ. ກ່າວຄຳເຫັນທີ່ພິທີໄຂການໂອ້ລົມສົນທະນາ, ທ່ານ ຫງວຽນຈູງແທ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ຄຽງຂ້າງສະຫະປະຊາຊາດຢູ່ ເຊີແນວ ຢືນຢັນວ່າ: ນີ້ແມ່ນການເຄື່ອນໄຫວແທດຈິງ ເພື່ອແນໃສ່ຕອບສະໜອງການສະຫລຸບ 10 ປີແຫ່ງການປະຕິບັດມະຕິຂອງສະຫະປະຊາຊາດກ່ຽວກັບການສຶກສາສິດທິມະນຸດ, ພ້ອມທັງແມ່ນໂອກາດທີ່ດີ ເພື່ອໃຫ້ປະເທດຕ່າງໆພ້ອມກັນແລກປ່ຽນ, ແບ່ງປັນກ່ຽວກັບພຶດຕິກຳຕົວຈິງ ແລະ ບົດຮຽນທີ່ດີ ໃນເລື່ອງຊອກຫາບັນດາມາດຕະການຢ່າງໝັ້ນຄົງ ເພື່ອແນໃສ່ຕ້ານໄພການຄ້າມະນຸດ. ດ້ວຍບົດບາດເປັນນັກບັນລະຍາຍຕົ້ນຕໍຢູ່ການໂອ້ລົມສົນທະນາ, ທ່ານ ເຢືອງຈີ໋ຢຸງ ຜູ້ຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດ ແບ່ງປັນກັບເພື່ອນມິດສາກົນກ່ຽວກັບບັນດາຄວາມານະພະຍາຍາມຂອງ ຫວຽດນາມ ໃນວຽກງານປ້ອງກັນຕ້ານໄພການຄ້າມະນຸດ ຄືເຂົ້າຮ່ວມບັນດາສົນທິສັນຍາສາກົນ, ບັນດາຂໍ້ລິເລີ່ມໃນພາກພື້ນ, ໄອະນຸພາກພື້ນ ແລະ 2 ຝ່າຍ; ປະກາດໃຊ້ບັນດາກົດໝາຍ ແລະ ລາຍການ ແຫ່ງຊາດກ່ຽວກັບການປ້ອງກັນຕ້ານການຄ້າມະນຸດ.