ຫວຽດນາມເປັນເຈົ້າພາບຈັດເວທີປາໄສການທ່ອງທ່ຽວອາຊຽນ
(ພາບປະກອບ)
(vovworld)- ໃນວັນທີ 5/7/2016, ທ່ານນາຍົກລັດຖະມົນຕີຫວຽດນາມ ເຫັນດີແຜນນະໂຍບາຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເປັນເຈົ້າພາບຈັດເວທີປາໄສ ການທ່ອງທ່ຽວອາຊຽນ ໃນປີ 2019. ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສ້າງແຜນຮ່າງຢ່າງລະອຽດ, ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງ, ຄຸ້ມຄອງກອງປະຊຸມ, ກອງປະຊຸມສຳມະນາສາກົນ ຢູ່ຫວຽດນາມ.