ຫວຽດນາມເປັນເຈົ້າພາບ ຈັດເວທີປາໄສຂັ້ນສູງ ITC ອາຊີ-ປາຊີຟິກ 2014
Ngọc Anh -  
ການປະຊຸມຂ່າວປະກາດຫວຽດນາມ
ເປັນເຈົ້າພາບຈັດ ASOCIO ITC Summit 2014
(ພາບ: http://dantri.com.vn)
(vovworld)- ຕອນເວທີປາໄສຂັ້ນສູງຖະແຫຼງຂ່າວ ແລະ ສື່ສານອາຊີ-ປາຊີຟິກປີ 2014 (ASOCIO ITC Summit 2014) ຈະດຳເນີນໄປແຕ່ວັນທີ 27-30/10/2014 ຢູ່ຮ່າໂນ້ຍ. ທີ່ການປະຊຸມຂ່າວເມື່ອຕອນເຊົ້າວັນທີ 8/5 ຢູ່ຮ່າໂນ້ຍ, ທ່ານເຈືອງຢາບິ່ງ, ປະທານສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ (VINASA) ໃຫ້ຮູ້ວ່າ: ASOCIO ITC Summit 2014 ໄດ້ຖືກຕັ້ງຄວາມຫວັງວ່າຈະນຳມາບັນດາຜົນປະໂຫຍດອັນແທດຈິງໃຫ້ແກ່ການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ເສດຖະກິດ, ສັງຄົມຂອງຫວຽດນາມ ກໍ່ຄືສ້າງຄວາມປະທັບໃຈໃໝ່ຂອງຫວຽດນາມ ໃນຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານພາກພື້ນ ແລະ ໂລກ. ຄາດວ່າ, ຈະມີຜູ້ແທນກ່ວາ 700 ຄົນ, ໃນນັ້ນມີຜູ້ແທນຕ່າງປະເທດກ່ວາ 250 ຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນຈະເຂົ້າຮ່ວມ ASOCIO ITC Summit 2014. ບັນດາການເຄື່ອນໄຫວຕົ້ນຕໍ່ຂອງເວທີປາໄສລວມມີ: ບັນດາກອງປະຊຸມສຳມະນາລົງເລິກ, ງານວາງສະແດງ ແລະ ບັນດາການເຄື່ອນໄຫວເຊື່ອມຈອດການດຳເນີນທຸລະກິດ, ວັນ ເຕັກໂນໂລຊີຂໍ້ມູນຂ່າວສານຍີ່ປຸ່ນ…../.
Ngọc Anh