ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ (ເບື້ອງຂວາ) ແລະ ທ່ານ Charles Flanagan, ລັດຖະມົນຕີກະຊວງການຕ່າງປະເທດ ໄອແລນ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ວັນທີ 23/4, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ແລະ ຄະນະປະຕິບັດງານລັດຖະບານ ຫວຽດນາມ ສິ້ນສຸດການຢ້ຽມຢາມ ໄອແລນ ເປັນທາງການຢ່າງຈົບງາມ ແຕ່ວັນທີ 21 – 23/4 ຕາມຄຳເຊີ້ອເຊີນຂອງລັດຖະບານປະເທດນີ້. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໄດ້ພົບປະກັບທ່ານ Michael Daniel Higgins, ປະທານາທິບໍດີ ໄອແລນ, ເຮັດວຽກກັບທ່ານ Michael Creed, ລັດຖະມົນຕີກະຊວງກະສິກຳ, ສະບຽງອາຫານ ແລະ ມະຫາສະໝຸດ ແລະ ທ່ານ Charles Flanagan, ລັດຖະມົນຕີກະຊວງການຕ່າງປະເທດ ໄອແລນ.
ທີ່ການພົບປະກັບ ທ່ານ Michael Daniel Higgins, ປະທານາທິບໍດີ ໄອແລນ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ ຢືນຢັນຄວາມປາດຖະໜາຂອງລັດຖະບານ ຫວຽດນາມ ແມ່ນເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ ໄອແລນ, ພິເສດແມ່ນໃນຂົງເຂດກະສິກຳເຕັກໂນໂລຢີສູງ, ການສຶກສາບຳລຸງສ້າງ, ພະລັງງານ… ທ່ານປະທານາທິບໍດີ Michael Daniel Higgins ຢືນຢັນປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົວພັນຮ່ວມມືໃນຂົງເຂດຜະລິດຜະລິດຕະພັນກະເສດ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດກ່ວາອີກ.
ໃນການເຮັດວຽກກັບ ທ່ານ Michael Creed, ລັດຖະມົນຕີກະຊວງກະສິກຳ, ສະບຽງອາຫານ ແລະ ມະຫາສະໝຸດ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ ສະເໜີ ໄອແລນ ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດ ໄອແລນ ແລະ ຜ່ານ ໄອແລນ, ສຳຜັດກັບຕະຫຼາດເອີລົບ…
ທີ່ການເຮັດວຽກກັບ ທ່ານ Charles Flanagan, ລັດຖະມົນຕີກະຊວງການຕ່າງປະເທດ ໄອແລນ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ ສະເໜີໃຫ້ໄອແລນ ສະໜັບສະໜູນ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີກັບ ຫວຽດນາມ ແລະ ຮັບຮອງພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ.