ຫວຽດນາມເພີ່ມທະວີການຮ່ວມມືກັບສາກົນຮັບປະກັນສິດທິມະນຸດໃນການຕ້ານກໍ່ການຮ້າຍ
ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ທີ່ວາລະປະຊຸມ
ຄັ້ງທີ 29 ສະພາສິດທິມະນຸດ
(ພາບ: Tố Uyên/TTXVN)
(vovworld) – ວັນທີ 30/6, ສະພາສິດທິມະນຸດ ສປຊ ໄດ້ດຳເນີນວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບຜົນສະທ້ອນຂອງລັດທິກໍ່ການຮ້າຍ ເຖິງການຊົມໃຊ້ບັນດາສິດ ແລະ ເສລີພາບພື້ນຖານຂອງທຸກຄົນຢ່າງຄົບຖ້ວນ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ຢືນຢັນວ່າ: ຫຼັກໝັ້ນຂອງ ຫວຽດນາມ ແມ່ນກ່າວປະນາມທຸກການກະທຳກໍ່ການຮ້າຍ ແລະ ໃຊ້ຄວາມຮຸນແຮງສຳລັບປະຊາຊົນທີ່ບໍ່ມີຄວາມຜິດ. ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ເນັ້ນໜັກວ່າ: ທຸກການກະທຳກໍ່ການຮ້າຍ ຄວນໄດ້ຮັບການລົງໂທດ ແລະ ຄວາມຍຸຕິທຳຕ້ອງໄດ້ຮັບການຍົກສູງ ເພື່ອຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ .
ເພື່ອປະຕິບັດພັນທະເປັນສະມາຊິກຂອງບັນດາສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ ກໍຄື 13 ສົນທິສັນຍາ ແລະ ອະນຸສັນຍາສາກົນ ກ່ຽວກັບການຕ້ານກໍ່ການຮ້າຍ, ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍບັນດາມາດຕະການທາງນິຕິບັນຍັດ ແລະ ບໍລິຫານ, ໃນນັ້ນມີກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍປີ 2013. ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆໃນການປະຕິບັດ 2 ເປົ້າໝາຍຕ້ານການກໍ່ການຮ້າຍ ແລະ ຮັບປະກັນສິດທິມະນຸດກ່ວາອີກໃນວິວັດການຕ້ານການກໍ່ການຮ້າຍ.