ຫວຽດນາມແບ່ງປັນບົດຮຽນປ້ອງກັນຕ້ານໄພທຳມະຊາດທີ່ກອງປະຊຸມທົ່ວໂລກ

ຫວຽດນາມແບ່ງປັນບົດຮຽນປ້ອງກັນຕ້ານໄພທຳມະຊາດທີ່ກອງປະຊຸມທົ່ວໂລກ - ảnh 1
ທ່ານ​ນາງ
(ພາບ: Thống Nhất - TTXVN)


(vovworld) - ກອງ​ປະຊຸມ​ທົ່ວ​ໂລກຄັ້ງ​ທີ 3 ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ​ເຊິ່ງ​ເລີ່​ມ​ແຕ່​ວັນ​ທີ 14/3 – 18/3, ຢູ່​ນະຄອນ Sendai, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຍີ່ປຸ່ນ. ມີ​ຜູ້​ແທນ 5.000 ທ່ານ, ​ໃນ​ນັ້ນ​ມີ​ການ​ນຳ​ລັດຖະບານ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫຼາຍ​ທ່ານ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຊີ້​ແຈ້ງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ, ຕ້ານ, ຫຼຸດຜ່ອນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ທ່ານ​ນາງ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ລະບົບ​ເອກະສານ​ນິຕິ​ກຳ​ທີ່​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໜ້າ​ທີ່ ​ແລະ ຄວາມ​ຮັບ​ຜິດ​ຊອບ​ກ່ອນ, ​ໃນ ​ແລະ ພາຍຫຼັງ​ເກີດ​ໄພ​ທຳ​ມະ​ຊາດ; ​ຄວາມ​ສາມາດຂອງກົງຈັກ​ຊີ້​ນຳ​ນຳພາ,​ຄຸ້ມ​ຄອງ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​…​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ບັນດາ​ປະ​ເທດ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ໂຄງການ​ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ, ຍົກ​ສູງ​ລະດັບ​ຄວາມ​ຮູ້. ສ້າງ​ບັນດາ​ແຜນການ​ໃນ​ໝູ່​ປະຊາ​ຄົມ​ຢ່າງ​ລະອຽດ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ສາມາດ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ; ຊຸກຍູ້​ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຕີ​ລາຄາ, ພະຍາກອນ…

ຂ່າວ/ບົດ​ອື່ນ