ຫວຽດນາມແບ່ງປັນບົດຮຽນເຂົ້າຮ່ວມTPPກັບອິນໂດເນເຊຍ
ການໂອ້ລົມສົນທະນາ “ບົດຮຽນຂອງ ຫວຽດນາມ
ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP)
(ພາບ: TTXVN)
(vovworld) - ວັນທີ 10/08 ຢູ່ Jakarta, ອິນໂດເນເຊຍ, ດຳເນີນການໂອ້ລົມສົນທະນາ “ບົດຮຽນຂອງ ຫວຽດນາມ ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP)”. ນັກບັນລະຍາຍທີ່ການໂອ້ລົມສົນທະນາແມ່ນທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວດງາ, ທີ່ປຶກສາຂັ້ນສູງຄະນະເລຂາແຫ່ງຊາດ APEC 2017, ອະດີດຮອງຫົວໜ້າຄະນະເຈລະຈາລັດຖະບານກ່ຽວກັບເສດຖະກິດ ແລະ ການຄ້າສາກົນ, ອະດີດຫົວໜ້າກົມຮ່ວມມືເສດຖະກິດຫລາຍຝ່າຍ (ກະຊວງການຕ່າງປະເທດ). ນີ້ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບການເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່, ພິເສດແມ່ນ TPP ກັບ ອິນໂດເນເຊຍ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນຫງວດງາ ແລ້ວ, ອິນໂດເນເຊຍ ມີຫລາຍບັນຫາທີ່ຄືກັນກັບ ຫວຽດນາມ ກ່ອນທີ່ເຂົ້າຮ່ວມ TPP ແລະ ເຈລະຈາບັນດາ FTA ລຸ້ນໃໝ່ໃນໄລຍະ 2008 – 2012. ປະຈຸບັນກ່ຽວກັບບັນດາສິ່ງທ້າທາຍຂອງ ອິນໂດເນເຊຍ ໃນການພັດທະນາ, ທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ບົດຮຽນຂອງ ຫວຽດນາມ ແມ່ນ ຢາກພັດທະນາ, ຕ້ອງຮູ້ຜ່ານຜ່າ ເພາະນັ້ນແມ່ນບັນດາບັນຫາພາຍໃນຂອງພື້ນຖານເສດຖະກິດ, ພິເສດແມ່ນໃນຍຸກສະໄໝພັດທະນາຢ່າງໝັ້ນຄົງ. ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວດງາ ຖືວ່າ: ປະຈຸບັນ ອິນໂດເນເຊຍ ຂຶ້ນກັບກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ, ເປັນປະເທດຊີ້ນຳນຳພາ, ນຳໜ້າໃນການຮ່ວມສຳພັນຂອງ ອາຊຽນ, ໃນການກໍ່ຕັ້ງ APEC, ດັ່ງນັ້ນ ອິນໂດເນເຊຍ ອາດສາມາດເຊື່ອໝັ້ນວ່າ ດ້ວຍທີ່ຕັ້ງຂອງຕົນຄືໃນປະຈຸບັນ ແມ່ນສາມາດໄດ້ຮັບຜົນປະໂຫຍດຫລາຍຢ່າງເມື່ອເຂົ້າຮ່ວມ TPP.