(VOVWORLD) - ໃນ 6 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງສອງປະເທດ ຫວຽດນາມ-ແຟງລັງ ບັນລຸ 285 ລ້ານ USD, ເພີ່ມກ່ວາ 61% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
(ພາບ: ກະຊວງການຕ່າງປະເທດ)
ໃນ 6 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງສອງປະເທດ ຫວຽດນາມ-ແຟງລັງ ບັນລຸ 285 ລ້ານ USD, ເພີ່ມກ່ວາ 61% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ນັ້ນແມ່ນຂໍ້ມູນຂ່າວໄດ້ຍົກອອກມາເມື່ອວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ໃນການເຮັດວຽກລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Kari Kahiluoto, ເອກອັກຄະລັດຖະທູດ ສ.ແຟງລັງ ປະຈຳຫວຽດນາມ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ, ຍ້ອນມີຂອບນິຕະກຳທີ່ອຳນວຍຄວາມສະດວກ ຂອງສັນຍາການຄ້າເສລີຫວຽດນາມ-ອິຢູ (EVFTA), ການຄ້າ ແລະ ການລົງທຶນສອງຝ່າຍ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ.
ສ່ວນທ່ານເອກອັກຄະລັດຖະທູດ Kari Kahiluoto ໄດ້ແນະນຳກ່ຽວກັບສັນຍາແມ່ກ່ຽວກັບແຫຼ່ງທຶນໜູນຊ່ວຍການລົງທຶນພາກລັດລະຫວ່າງ ແຟງລັງ ແລະ ຫວຽດນາມ ລົງນາມໃນວັນທີ 21 ມັງກອນປີ 2021 ພ້ອມທັງໃຫ້ຮູ້ວ່າ: ຜ່ານເຄື່ອງມືດັ່ງກ່າວ, ຫວຽດນາມ ຈະມີໂອກາດສຳຜັດກັບແຫຼ່ງທຶນແກ່ງແຍ້ງ, ໃນຂະນະທີ່ບັນດາບໍລິສັດແຟງລັງ ມີປະສົບການຫຼວງຫຼາຍ, ມີຄວາມໄວ້ເນື້ອເຊື່ອໃຈໃນຕະຫຼາດໂລກ ພ້ອມກັບມາດຕະການເຕັກໂນໂລຊີເໝາະສົມ ຈະມີໂອກາດທີ່ດີ ເພື່ອສາມາດເຂົ້າຕະຫຼາດຫວຽດນາມ ໄດ້.