ຫວຽດນາມແມ່ນຄູ່ຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານອັນດັບໜຶ່ງຂອງຍີ່ປຸ່ນ

ຫວຽດນາມແມ່ນຄູ່ຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານອັນດັບໜຶ່ງຂອງຍີ່ປຸ່ນ - ảnh 1
ວັນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຍີ່ປຸ່ນ 2014
(ພາບ: radiovietnam.vn)


(vovworld) – ວັນ​ທີ 30/10, ຢູ່​ຍີ່ປຸ່ນ ໄດ້ດຳ​ເນີນ “ວັນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຍີ່ປຸ່ນ 2014” ຄັ້ງ​ທີ 8. ​ເຫດການ​ດັ່ງກ່າວ​ຖືກ​ດຳ​ເນີນ​ໄປ​​ໃນ​ຂອບ​ເຂດ “​ເວທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຫວຽດນາມ - Asocio 2014”. 2 ບັນຫາ​ຕົ້ນ​ຕໍ່​ທີ່​ໄດ້​ນຳ​ມາ​ປຶກສາ​ຫາລື​​ໃນ​ຄັ້ງ​ນີ້​ແມ່ນ: ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ - ຍີ່ປຸ່ນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ໃຫ້​ແກ່​ບັນດາ​ໂຄງການ​ໃຫຍ່. ທ່ານ ​ເຈືອງ​ຢາ​ບິງ, ປະທານ​ສະມາຄົມ​ຊອດ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ໃນ​ຊຸມ​ປີຜ່ານມາ, ຄວາມ​ສາມາດບຳລຸງ​ສ້າງ​ຂອງ​ຫວຽດນາມ ​ໄດ້​ພັດ​ທະ​ນາຢ່າງ​ໄວ  ​ແຕ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຈາກ​ຍີ່​ປຸ່ນ ​ໄດ້​ເທື່ອ. ປະຈຸ​ບັນ, ຄວາມ​ພະຍາຍາມ​ສອນ​ພາສາ​ຍີ່ປຸ່ນ ​ໃນ​ບັນດາ​ໂຮງຮຽນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ ຍັງ​ຈຳກັດ​ຢູ່. ​ແຕ່​ບັນຫາ​ໃຫຍ່​ຫຼວງ​ທີ່​ສຸດ​ນັ້ນ​​ແມ່ນ​​ບັນ​ຫານີ້. ​ເມື່ອ​​ເວົ້າ​ເຖິງ​​ນັກ​ວິ​ສາ​ວະ​ກອນ​ເປັນ​ຂົວ​ເຊື່ອມ​ຕໍ່, ພວກ​ເຮົາ​ບໍ່​ພຽງ​ແຕ່​ເວົ້າ​ເຖິງ​ບັນ​ດາ​​ນັກ​ວິ​ສາ​ວະ​ກອນ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​​ຍີ່​ປຸ່ນເທົ່າ​ນັ້ນ, ຫາກ​​ຍັງເວົ້າ​ເຖິງ​ບັນດາ​​ນັກ​ວິ​ສາ​ວະ​ກອນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ວິທີ​ເຮັດ​ວຽກ, ​​ຄວາມ​ນຶກ​ຄິດ, ການ​ກະທຳ ​ແລະ ​ເຮັດ​ວຽກ​ຕາມ​ຮູບ​ແບບ​ຂອງ​ຍີ່ປຸ່ນ​ ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ