ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຍິ່ງຢູ່ພາກພື້ນອາຊີ-ປາຊີຟີກ
ທ່ານ ເລຮົ່ງແອງ
ພາບ:internet
|
(vovworld)- ວັນທີ 19/6 ຢູ່ສຳນັກງານລັດຖະບານ ຢູແກຼນ, ທ່ານນາຍົກລັດຖະມົນຕີຢູແກຼນ, ປະທານພັກບັນດາເຂດກຳອຳນາດຂອງຢູແກຼນ Nikolai Azarov ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳເລຂາສູນກາງພັກ ນຳຫນ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຢູແກຼນ. ທ່ານນາຍົກລັດຖະມົນຕີ Nikolai Azarov ໄດ້ຢືນຢັນວ່າ: ຍາມໃດ ຢູແກຼນ ກໍຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ພາກພື້ນ ອາຊີ ປາຊີຟີກ ພ້ອມທັງຕີລາຄາສູງ ແລະ ປາດຖະຫນາຢາກສອງຝ່າຍເປີດກວ້າງການຮ່ວມມື, ສະຫນັບສະຫນູນເຊິ່ງກັນ ແລະ ກັນຢູ່ເວທີສາກົນ. ທ່ານເລຮົ່ງແອງ ເນັ້ນຫນັກວ່າ: ໄລຍະຈະມາເຖິງ ສອງປະເທດຄວນສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດເຕັກນິກ, ຊຸກຍູ້ການເຄື່ອນໄຫວຂອງກຸ່ມຄົ້ນຄ້ວາລວມກ່ຽວກັບແງ່ຫວັງລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ຢູແກຼນ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຮ່ວມມືລົງທຶນຢູ່ສອງປະເທດ, ເພີ່ມທະວີການຮ່ວມມືໂດຍກົງລະຫວ່າງບັນດາອົງການກ່ຽວຂ້ອງ ແລະ ທ້ອງຖິ່ນຂອງສອງປະເທດ.