ທະເລ ຟານທຽດ (ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ຜ່ານຜົນການສຳຫຼວດ “Expat Insider” ທີ່ຫາກໍ່ໄດ້ຮັບການປະກາດ, ຫວຽດນາມ ມີບາດກ້າວກະໂດດຂັ້ນ ແລະ ມີໜ້າໃນກຸ່ມບັນດາປະເທດແຖວໜ້າໃນບັນຊີລາຍຊື່ “ຈຸດນັດພົບໄດ້ຮັບຄວາມນິຍົມທີ່ສຸດ” ສຳລັບແຂກທ່ອງທ່ຽວຕ່າງປະເທດ. ຫວຽດນາມ ໄດ້ຍື່ນອັນດັບທີ 11 ໃນຍອດຈຳນວນ 67 ປະເທດ ແລະ ເຂດແຄ້ວນໄດ້ຮັບການສຳຫຼວດ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວກະໂດດຂັ້ນຂອງ ຫວຽດນາມ ຍ້ອນວ່າ ຫວຽດນາມ ພຽງຢື່ນອັນດັບທີ 35 ໃນການສຳຫຼວດເມື່ອປີ 2015.
ການສຳຫຼວດ “Expat Insider” ໂດຍ InterNations, ປະຊາຄົມ expat (ເຊິ່ງແມ່ນບັນດາຜູ້ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ) ໃຫຍ່ສຸດໃນໂລກ, ມີສຳນັກງານຕັ້ງຢູ່ Munich, ປະເທດ ເຢຍລະມັນ, ໄດ້ດຳເນີນໃນແຕ່ລະປີ. ການສຳຫຼວດນີ້ໄດ້ຮັບການປະຕິບັດສຳລັບຜູ້ຕາງໜ້າກ່ວາ 14.000 ຄົນໃຫ້ແກ່ 191 ປະເທດ ແລະ ເຂດແຄ້ວນ.