ຫວຽດນາມແມ່ນໜຶ່ງໃນຈຳນວນ5ປະເທດໃນໂລກມີພື້ນຖານປັກເຂັມພັດທະນາ
(ທ່ານນາງລັດຖະມົນຕີວ່າການ
ກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕຽນ)
(vovworld) – ວັນທີ 21/09, ຢູ່ສູນການຄ້າຮ່າໂນ້ຍ - ມົດສະກູ, ປະເທດລັດເຊຍ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ຈັດກອງປະຊຸມສຳມະນາວິທະຍາສາດ “ປັກເຂັມ ແລະ ນວດ, ກົດບີບ ຫວຽດນາມ - ສິ່ງຍອດຢ້ຽມຂອງການແພດໂລກ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕຽນ ໄດ້ຕີລາຄາສູງການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ, ກໍຄືການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດສາທາລະນະສຸກ. ຕາມນັ້ນແລ້ວ, ຫວຽດນາມ ແມ່ນປະເທດມີພື້ນຖານປັກເຂັມ - ການແພດພື້ນເມືອງພັດທະນາ, ເຊິ່ງໄດ້ຮັບການຕີລາຄາຈາກອົງການອະນາໄມໂລກ (WHO) ວ່າແມ່ນໜຶ່ງໃນຈຳນວນ 5 ປະເທດໃນໂລກ ມີພື້ນຖານປັກເຂັມພັດທະນາທີ່ສຸດໃນໂລກ.
“ນີ້ແມ່ນໂອກາດເພື່ອໂຄສະນາບັນດາຜົນງານປິ່ນປົວພະຍາດມະຫັດສະຈັນຂອງພື້ນຖານການແພດພື້ນເມືອງ, ພິເສດແມ່ນຂອງການປັກເຂັມຫວຽດນາມ ຕໍ່ໂລກ. ການເຄື່ອນໄຫວນີ້ໄດ້ຮັບການເຊື່ອມຕໍ່ຢ່າງແໜ້ນແຟ້ນກ່ຽວກັບດ້ານວັດທະນະທຳ, ກໍຄືດ້ານການແພດ ແລະ ການເຄື່ອນໄຫວຕ່າງໆລະຫວ່າງປະຊາຊົນຮ່າໂນ້ຍ ແລະ ມົດສະກູ, ກໍຄືລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນລັດເຊຍ, ພິເສດແມ່ນປະຕິບັດບັນດາເອກະສານລົງນາມ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການແພດລະຫວ່າງກະຊວງສາທາລະນະສຸກຫວຽດນາມ ກັບກະຊວງສາທານະລະສຸກສະຫະພັນລັດເຊຍ ເປັນຢ່າງດີ”.