ຫວຽດນາມແລະກູບາເພີ່ມທະວີການຮ່ວມມື,ແລກປ່ຽນໃນຂະແໜງສານ

ຫວຽດນາມແລະກູບາເພີ່ມທະວີການຮ່ວມມື,ແລກປ່ຽນໃນຂະແໜງສານ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​
ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ກູ​ບາ Ruben Remigio Ferro

(​vovworld) – ຕອນ​ບ່າຍ​ວັນ​ທີ 2/7, ທີ່​ສຳ​ນ​ັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ກູ​ບາ Ruben Remigio Ferro ພວມ​ຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ມີ​ບົດ​ຮຽນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຍາມ​ໃດ​ກໍ່​ຢືດ​ໝັ້ນ​ຈຸດ​ໝາຍ​ເປີດ​ປະ​ຕູ​ເພື່ອ​ພັດ​ທະ​ນາ, ພ້ອມ​ທັງ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ເນັ້​ນ​ໜັກ​ວ່າໃນ​ຂົງ​ເຂດ​ຕຸ​ລາ​ການ, ຈຸດ​ໝາຍ​ສູງ​ສຸດ​ແມ່ນ​ປົກ​ປ້ອງ​ລະ​ບອບ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ລັດ ແລະ ປະ​ຊາ​ຊົນ, ຜ​່ານນັ້ນ​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່ຈະ​ແບ່ງ​ປັນ​ບົດ​ຮຽນ​ກັບ​ກູ​ບາ, ພ້ອມ​ກັນ​ນັ້ນ, 2 ຝ່າຍກໍ່​ແລກ​ປ່ຽນ​ບົດ​ຮຽນ​ໃນຫຼາຍ​ຂົງ​ເຂດ​ຄື​: ນິ​ຕິ​ບັນ​ຍັດ, ຕຸ​ລາ​ການ, ການ​ສຶກ​ສາ…

        ທ່ານ​ປະ​ທານ​ສານ​ປ​ະ​ຊາ​ຊົນ​ສູງ​ສຸດ ກູ​ບາ Ruben Remigio Ferro ປາດ​ຖະ​ໜາ​ຢາກ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນຂອງ ຫວຽດ​ນາມ ​ໃນ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່ ແລະ ຢັ້ງ​ຢືນ​ວ່າບັນ​ດາ​ບົດ​ຮຽນ​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ ຫວຽດ​ນາມ ແມ່​ນ​ບົດ​ຮຽນ​ທີ່​ດີ​​ໃຫ​້​ແກ່ ກູ​ບາ ​ບົນ​ເສັ້ນ​ທາງ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ. ທ່ານ Ruben Remigio Ferro ກໍ່​ໃຫ້​ຮູ້​ວ່າ: ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິກັບ ອາ​ເມ​ລິ​ກາ  ຫວ່າງ​ແລ້ວນີ້ ບໍ່​ພຽງ​ແຕ່​ແມ່ນ​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຊົນ ກູ​ບາ ​ເທົ່າ​ນັ້ນ, ຫາ​ກ​ຍັງ​ແມ່ນ​ຂອງ​ເພື່ອນ​ມິດ​ສາ​ກົນ, ໃນ​ນັ້ນ​ມີ ຫວຽດ​ນາມອີກ​ດ້ວຍ.

        ກ່ອນ​ໜ້ານັ້ນ, ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເຈືອງ​ຮ່​ວາ​ບີ່ງ ​ກໍ່​ໄດ້ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ​ສານ​ປະ​ຊາ​ຊົນ​ສູງ​ສຸດ ກູ​ບາ ໂດຍ​ທ່ານ​ປະ​ທານ​ສານປະ​ຊາ​ຊົນ​ສູງ​ສຸດ​ກູ​ບາ Ruben Remigio Ferro ນຳ​ໜ້າ.


ຂ່າວ/ບົດ​ອື່ນ