ຫວຽດນາມແລະກຳປູເຈຍເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມແລະກຳປູເຈຍເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ປະ​ທານ​
​​ຄະ​ນະກຳ​​ມາ​ທິການ ​ຮ່ວມ​ມື​ຫວຽດ​ນາມ-ກຳ​ປູ​ເຈຍ
(ພາບ: VGP/PhanHoang)

(vovworld)- ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ກຳ​ມາ​ທິ​ການ​ປະ​ສົມ​ຫວຽດ​ນາມ-ກຳ​ປູ​ເຈຍ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ-ເຕັກ​ນິກ ​​ໄດ້ດຳ​ເນີນ​ໄປ​ໃນຕອນ​ເຊົ້າ​ວັນ​ທີ 19/10 ຢູ່​ນະ​ຄອນ​ໂຮ່​ຈີ​ມິນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ປະ​ທານ​ ​​ຄະ​ນະກຳ​​ມາ​ທິການ ​ຮ່ວມ​ມື​ຫວຽດ​ນາມ-ກຳ​ປູ​ເຈຍ ແລະ ຮອງ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ Hor Namhong, ປະ​ທານ​​​ຄະ​ນະກຳ​ມາ​ທິ​ການ ​ຮ່ວມ​ມື​ກຳ​ປູ​ເຈຍ-ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ ແລະ ເປັນ​ເອ​ກະ​ພາບ​ຕໍ່​ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ ​ປັກຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ, ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ປະ​ທານ​​ຄະ​ນະກຳ​ມາ​ທິ​ການ ຮ່ວມ​ມື​ຫວຽດ​ນາມ-ກຳ​ປູ​ເຈຍ ຖື​ວ່າ:

        “ນີ້​ແມ່ນກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​​ຄະ​ນະ​ກຳ​ມ​າທິ​ການ​ຊີ້​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ ລະ​ຫວ່າງ​ຫວຽດ​ນາມ-ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ພວກ​ເຮົາ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຢ່າງ​ລະ​ອຽດ ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ໃນ​ທຸກ​ດ້ານ​ຄື: ແຕ່ດ້ານ​ການ​ເມືອງ, ເສດ​ຖະ​ກິດ ວັດ​ທະ​ນະ​ທຳ,​ ວິ​ທະ​ຍາ​ສາດ-ເຕັກ​ນິກ ຕະຫຼອດ​ຮອດການ​ພົວ​ພັນ​ຮ່ວມ​ມື​ໃນ​ເວ​ທີປາ​ໄສຫຼາຍ​ຝ່າຍ .

        ໃນ​ຂະ​ນະ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 19/10 ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ ກໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ ຄັ້ງ​ທີ 1 ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂດຍ​ທ່ານ​​ພົນ​ໂທ ຫງວຽນ​ຈີວິ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຫົວ​ໜ້າ​ຄະ​ນະ. ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ ໂດຍ​ທ່ານ​ພົນ​ເອກ Neang phat ລັດ​ຖະ​ມົນ​ຕີ​ວ່າ​ການ​​ກະ​ຊວງປ້ອງ​ກັນ​ປະ​ເທດ ນຳ​ໜ້າ. ທີ່​ການ​ເຈ​ລະ​ຈາ ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ, ພາກ​ພື້ນ ແລະ ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ພ້ອມ​ກັນ​ຍົກ​ອອກບັນ​ດາ​ຂໍ້​ສັງ​ເກດ, ແບ່ງ​ປັນ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ, ​​ສົ່ງຜົນ​ສະ​ທ້ອນ​ເຖິງ​​ວຽກ​ງານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງສອງ​ປະ​ເທດ. ສອງ​ຝ່າຍກໍ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ ​ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດສອງ​ຝ່າຍ​​ໃຫ້ເຂົ້າ​ສູ່​ລວງ​ເລິກ ມີ​ປະ​ສິດ​ທິ​ຜົນ ​ແລະ ແທດ​ຈິງ.

ຂ່າວ/ບົດ​ອື່ນ