ຫວຽດນາມແລະຈີນ ເພີ່ມທະວີການຮ່ວມມື ໃນທຸກຂົງເຂດ
ຕັດແຖບພ້າໄຂຮ້ານວາງສະແດງສິນຄ້າຫວຽດນາມຢູ່ໜານໜິງ
(ພາບ: VGP)
(vovworld)- ໂດຍໄດ້ຮັບຄຳເຊີນຂອງລັດຖະບານຈີນ ແລະ ອຳນາດການປົກຄອງເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແຂວງກວາງສີ ປະເທດຈີນ, ທ່ານຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການລົງທຶນການຄ້າອາຊຽນ-ຈີນຄັ້ງທີ 11 ຢູ່ໜານໜິງ ແຂວງກວາງສີ ແຕ່ວັນທີ 15-16/9/2014. ໃນໄລຍະເຂົ້າຮ່ວມງານຕະຫຼາດນັດ ແລະ ກອງປະຊຸມ, ທ່ານຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານຈາງກາວລີ ຮອງນາຍົກລັດຖະມົນຕີຈີນ. ທ່ານໄດ້ຕີລາຄາສູງບົດບາດຂອງຈີນ ໃນການຈັດງານຕະຫຼາດນັດອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການລົງທຶນການຄ້າອາຊຽນ-ຈີນຄັ້ງຕ່າງໆສຳເລັດຜົນ. ກ່ຽວກັບການພົວພັນລະຫວ່າງຫວຽດນາມ-ຈີນ, ທ່ານຟ້າມບິງມິງ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຖຶການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອກັບພັກ, ລັດ ແລະ ປະຊາຊົນຈິນ ເປັນສຳຄັນທີ່ສຸດ. ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຈີນ ຊຸກຍູ້ການພົວພັນສອງປະເທດໃຫ້ມີບາດກ້າວພັດທະນາໃໝ່ຢ່າງແທດຈິງ, ເລິກເຊິ່ງ ແລະ ກວ້າງຂວາງກ່ວາອີກໃນບັນດາຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິງ ສະເໜີໃຫ້ສອງຝ່າຍຕ້ອງຄວບຄຸມສະພາບການບົນທະເລເປັນຢ່າງດີ, ບໍ່ມີການກະທຳຕ່າງໆເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຊຸກຍູ້ບັນດາກົນໄກເຈລະຈາທີ່ມີຄວາມຄືບໜ້າ, ປະຕິບັດຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳເພື່ອແກ້ໄຂບັນຫາບົນທະເລຫວຽດນາມ-ຈີນຢ່າງເຂັ້ມງວດ; ເຄົາລົບນັບຖືກົດໝາຍສາກົນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ./.