ທ່ານ Edgerdo Riveros Marin, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ
(ພາບ: Nguyễn Khang/TTXVN)
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Edgerdo Riveros Marin, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີເລ ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແລະດຳເນີນວາລະປຶກສາການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງ 2 ປະເທດ ຄັ້ງທີ 5 ແຕ່ວັນທີ 16 – 17/10/2016. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານຮອງລັດຖະມົນຕີ Edgerdo Riveros Marin ໄດ້ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຮອບດ້ານກັບ ຈີເລ. ທ່ານຮອງລັດຖະມົນຕີ Edgerdo Riveros Marin ຢັ້ງຢືນຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຢູ່ພາກພື້ນໃນນະໂຍບາຍມຸ່ງໄປເຖິງ ອາຊີ - ປາຊີຟິກ ຂອງຈີເລ, ຫວັງວ່າ 2 ປະເທດຈະເພີ່ມທະວີການພົວພັນຮ່ວມມື 2 ຝ່າຍຢ່າງຮອບດ້ານ.
ທີ່ວາລະປຶກສາການເມືອງລະຫວ່າງກະຊວງການຕ່າງປະເທດ 2 ປະເທດໃນຕອນເຊົ້າວັນທີ 17/10, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອກ ແລະ ທ່ານຮອງລັດຖະມົນຕີ Edgerdo Riveros Marin ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ແລະ ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍຖືວ່າ, ຫວຽດນາມ ແລະ ຈີເລ ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ພິເສດແມ່ນໃນບັນດາຂົງເຂດກະສິກຳ, ອຸດສາຫະກຳປະດິດສ້າງ ແລະ ປຸງແຕ່ງ… ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍແບ່ງປັນຫຼັກໝັ້ນແກ້ໄຂບັນດາການຂັດແຍ້ງກັນດ້ວຍມາດຕະການສັນຕິພາບ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ເຄົາລົບບັນດາວິວັດທະນາການການທູດ ແລະ ກົດໝາຍ, ບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ແລະ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).