ຫວຽດນາມແລະຍີ່ປຸ່ນລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດສາທາລະນະສຸກ
ຫວຽດນາມແລະຍີ່ປຸ່ນລົງນາມໃນຂໍ້ຕົກລົງຮ່ວມມື
ໃນຂົງເຂດສາທາລະນະສຸກ
(ພາບ: vovgiaothong.vn)
(vovworld) - ພິທີລົງນາມການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງບໍລິສັດຫຸ້ນສ່ວນສາກົນຫວຽດນາມ - ຍີ່ປຸ່ນ (JVI) ຂອງຝ່າຍຫວຽດນາມ ກັບໂຮງໝໍສາກົນ Kobe ຂອງຍີ່ປຸ່ນ, ຖືກດຳເນີນໄປໃນວັນທີ 24/07, ຢູ່ຮ່າໂນ້ຍ. ຕາມເນື້ອໃນທີ່ໄດ້ຮັບການລົງນາມແລ້ວ, JVI ຈະຊ່ວຍຊາວຫວຽດນາມ ສຳພັດກັບພື້ນຖານສາທາລະນະສຸກຂອງຍີ່ປຸ່ນ. JVI ກໍຈະສົມທົບກັບບັນດາທ່ານໝໍຂອງຍີ່ປຸ່ນ ເພື່ອສ້າງບັນດາລາຍການຮ່ວມມືດ້ານສາທາລະນະສຸກ ຜ່ານກອງປະຊຸມສຳມະນາວິຊາສະເພາະ, ງານວາງສະແດງດ້ານສາທາລະນະສຸກຢູ່ຫວຽດນາມ ເພື່ອເຜີຍແຜ່ຄວາມຮູ້, ໂຄສະນາຂໍ້ມູນຂ່າວດ້ານສາທາລະນະສຸກທັນສະໄໝຂອງຍີ່ປຸ່ນ ກໍຄືວິທີໄປເຖິງຍີ່ປຸ່ນ ເພື່ອກວດ, ປິ່ນປົວພະຍາດ. ສິ່ງນີ້ໄດ້ເປີດກາລະໂອກາດພັດທະນາ, ຮ່ວມມືໃໝ່ ແລະ ຄວາມສາມາດບົ່ມຊ້ອນລະຫວ່າງ 2 ພື້ນຖານສາທາລະຍະສຸກຂອງ 2 ປະເທດ, ໂດຍສະເພາະແມ່ນໃນສະພາບທີ່ການພົວພັນຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມ, ເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານ.