ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ຂວາ) ແລະ ທ່ານ Fukada Hiroshi
(ພາບ: VGP/Lê Sơn)
|
(vovworld) – ວັນທີ 9/4, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Fukada Hiroshi, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ມາອວຍພອນບັນດາສະມາຊິກລັດຖະບານຊຸດໃໝ່. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງ ຍີ່ປຸ່ນ ຈັດຕັ້ງກອງປະຊຸມ G7 ແລະ ກອງປະຊຸມ G7 ເປີດກ້ວາງໃນເດືອນ 5/2016 ຈະມາເຖິງ. ທ່ານ ຫງວຽນຊວນຟຸກ ຫວັງວ່າ: ຢູ່ນອກກອງປະຊຸມນີ້, ຝ່າຍ ຍີ່ປຸ່ນ ຈະຈັດຕັ້ງການພົບປະ 2 ຝ່າຍ ເພື່ອໃຫ້ 2 ປະເທດ ພ້ອມກັບປຶກສາຫາລືບັນດາເນື້ອໃນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງເລິກເຊິ່ງ, ກ້ວາງຂວາງ. ສ່ວນທ່ານເອກອັກຄະລັດຖະທູດ Fukada Hiroshi ໃຫ້ຮູ້ວ່າ: ຢູ່ນອກກອງປະຊຸມ G7 ຈະມາເຖິງ, ທ່ານ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະດຳເນີນການເຈລະຈາ 2 ຝ່າຍ, ສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ບໍ່ພຽງແຕ່ໃນຂົງເຂດເສດຖະກິດເທົ່ານັນ ຫາກຍັງໃນຫຼາຍຂົງເຂດອື່ນໆເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກອີກດ້ວຍ.