ທ່ານ ຫງວຽນຊວນຟຸກ ແລະ ທ່ານ Shinzo Abe
(ພາບ:Thống Nhất-TTXVN)
(vovworld) - ໃນການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ7 ເປີດກວ້າງ, ຕອນບ່າຍວັນທີ 28/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຍັງນະຄອນຫຼວງໂຕກຽວ, ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ປຶກສາຫາລືບັນດາມາດຕະການ
ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນໃຫ້ພັດທະນາທຸກດ້ານ, ແທດຈິງ, ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ. ສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການເຊື່ອມຈອດສອງພື້ນຖານເສດຖະກິດ. ສອງຝ່າຍເຫັນດີສົມທົບກັນຊຸກຍູ້ການລົງທຶນຂອງຍີ່ປຸ່ນເຂົ້າຫວຽດນາມ; ຢືນຢັນຈະຮ່ວມມືນຳກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ ເຖິງປີ 2020 ແລະ ວິໄສທັດ 2030… ທ່ານນາຍົກລັດຖະມົນຕີ Shinzo Abe ຖະແຫຼງຈະສະໜອງບ້ວງເງິນຊ່ວຍເຫຼືອລ້າຮີບດ່ວນ 2,5 ລ້ານ USD ໃຫ້ແກ່ ຫວຽດນາມ ເພື່ອແກ້ໄຂບັນຫາໄພແຫ້ງແລ້ງ, ການນ້ຳທະເລຊືມເຂົ້າ ແລະ ຢືນຢັນວ່າ, ຍີ່ປຸ່ນພ້ອມແລ້ວທີ່ຈະພິຈາລະນາ, ສະໜອງທຶນກູ້ຢືມ ODA ເພື່ອກໍ່ສ້າງບັນດາເຂື່ອນ, ຝາຍ, ອ່າງບັນຈຸນ້ຳ ແລະ ໜູນຊ່ວຍບົນພື້ນຖານຂໍ້ສະເໜີລະອຽດຂອງ ຫວຽດນາມ.
ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ 5 ສະບັບລະຫວ່າງກະຊວງ, ຂະແໜງການ, ອົງການຕ່າງໆຂອງສອງປະເທດ. ຕໍ່ຈາກນັ້ນ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ມີການພົບປະກັບວົງການສື່ມວນຊົນເພື່ອແຈ້ງຜົນແຫ່ງການເຈລະຈາ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບາງອົງການ, ກຸ່ມບໍລິສັດຂອງຍີ່ປຸ່ນເຊັ່ນ: ປະທານອົງການຮ່ວມມືສາກົນ (JICA).