ຫວຽດນາມແລະບຸນກາຣີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການໄອຍະການ
ພາບປະກອບ
|
(vovworld) - ໃນການຢ້ຽມຢາມ ບຸນກາຣີ ແຕ່ວັນທີ 23 – 26/4, ຄະນະພະນັກງານຂັ້ນສູງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໂດຍທ່ານຫົວໜ້າໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ, ກຳມະການສູນກາງພັກນຳໜ້າ, ໄດ້ມີການເຈລະຈາກັບການນຳອົງການໄອຍະການສູງສຸດ, ຄະນະກຳມະການນິຕິທຳສູງສຸດບຸນກາຣີ, ພົບປະເຈລະຈາກັບທ່ານຮອງປະທານາທິບໍດີບຸນກາຣີ, ໄປຢ້ຽມຢາມອົງການໄອຍະການແຂວງ Plovdiv. ທີ່ການເຈລະຈາຕ່າງໆ, ທ່ານຫົວໜ້າໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ແລະ ທ່ານຫົວໜ້າອົງການໄອຍະການສູງສຸດ, ຄະນະກຳມະການນິຕິທຳສູງສຸດບຸນກາຣີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການໄອຍະການ. ທ່ານຫົວໜ້າໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ຢືນຢັນວ່າ, ນີ້ແມ່ນພື້ນຖານນິຕິກຳເພື່ອຍົກສູງການພົວພັນສົມທົບກັນລະຫວ່າງສອງອົງການໄອຍະການສອງປະເທດຂຶ້ນບາດກ້າວໜຶ່ງ. ຕາມເນື້ອໃນຂອງຂໍ້ຕົກລົງຮ່ວມມືນີ້, ສອງຝ່າຍໃຫ້ຄຳໝັ້ນສັນຍາໜູນຊ່ວຍກັນໃນບັນດາເວທີປາໄສສາກົນ, ແລກປ່ຽນຂໍ້ມູນກ່ຽວກັບການປ້ອງກັນ, ຕ້ານອາດສະຍາກຳ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊ່ວຍເຫຼືອກັນໃນວຽກງານບຳລຸງສ້າງ, ຄົ້ນຄ້ວາດ້ານກົດໝາຍ…