ຫວຽດນາມແລະປາແລັດສະຕິນສະໜັບສະໜູນແກ້ໄຂການປະທະກັນດ້ວຍສັນຕິວິທີແລະຕາມກົດໝາຍສາກົນ
ທ່ານປະທານາທິບໍດີລັດ ປາແລັດສະຕິນ Mahmoud Abbas
(ພາບ: AFP)
(vovworld) - ວັນທີ 09/05, ຢູ່ນະຄອນຫລວງ Cairo, ອີຢິບ, ທ່ານ ໂດຮ່ວາງລອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ຜູ້ຮັບຜິດຊອບລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຕໍ່ປະທານາທິບໍດີລັດ ປາແລັດສະຕິນ ທ່ານ Mahmoud Abbas ເນື່ອງໃນໂອກາດການນຳ ປາແລັດສະຕິນ ມີການຢ້ຽມຢາມທາງລັດຖະກິດເຖິງລັດ ອີຢິບ ໃນລະຫວ່າງວັນທີ 08 – 09/05. ທີ່ການຕ້ອນຮັບ ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໂດຮ່ວາງລອງ ແຈ້ງໃຫ້ທ່ານປະທານາທິບໍດີ Mahmoud Abbas ຊາບກ່ຽວກັບບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນພາລະກິດປ່ຽນໃໝ່ ແລະ ກຳນົດທິດພັດທະນາໃນໄລຍະຈະມາເຖິງ, ພ້ອມທັງ ສະແດງການສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຊົນ ປາແລັດສະຕິນໃນການຊຸກຍູ້ສັນຕິພາບ ແລະ ພັດທະນາ. ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ທ່ານເອກອັກຄະລັດຖະທູດ ໂດຮ່ວາງລອງ ເນັ້ນໜັກວ່າ: ຫວຽດນາມ ສືບຕໍ່ແນວທາງການຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ນະໂຍບາຍການຕ່າງປະເທດເປີດກ້ວາງ, ຫັນເປັນຫລາຍຮູບຫລາຍແບບດ້ວຍທິດນຳ “ຫວຽດນາມ ຢາກເປັນເພື່ອນມິດກັບທຸກປະເທດໃນປະຊາຄົມສາກົນ, ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະ ພັດທະນາ”. ທ່ານເອກອັກຄະລັດຖະທູດ ກໍ່ແຈ້ງເຕີ່ມອີກກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ ເຊິ່ງປະຈຸບັນປະຊາຄົມສາກົນພວມເອົາໃຈໃສ່.
ສ່ວນທ່ານປະທານາທິບໍດີ Mahmoud Abbas ກໍ່ສະແດງຄວາມປາດຖະໜາຢາກສືບຕໍ່ພັດທະນາການພົວພັນມິດຕະພາບ 2 ຝ່າຍກັບ ຫວຽດນາມ ກ່ວາອີກ. ຕໍ່ໜ້າບັນດາການຜັນແປຄືປະຈຸບັນທີ່ກ່ຽວຂ້ອງເຖິງ ຫວຽດນາມ ນັ້ນ, ທ່ານປະທານາທິບໍດີ Mahmoud Abbas ແລະ ທ່ານເອກອັກຄະລັດຖະທູດ ໂດຮ່ວາງລອງ ຢືນຢັນ ສະໜັບສະໜູນແກ້ໄຂບັນດາການປະທະກັນດ້ວຍສັນຕິວິທີ ແລະ ຕາມກົດໝາຍສາກົນ.