ທ່ານ ຟ້າມຫວູລ້ວນ ກັບ ທ່ານນາງ Najat Valluad Belkacem
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 4 – 9/6, ທ່ານລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງ ຟ້າມຫວູລ້ວນ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຝຼັ່ງ ແນໃສ່ຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດການສຶກສາ, ບຳລຸງສ້າງ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີໃຊ້ພາສາຝຼັ່ງ ກ່ຽວກັບການພັດທະນາເຕັກນິດດີຈີຕອນໃນມະຫາວິທະຍາໄລ. ນີ້ແມ່ນກອງປະຊຸມທີ່ໄດ້ຈັດຕັ້ງຕາມຂໍ້ລິເລີ່ມຂອງຝຼັ່ງ ແລະ ອົງການສາກົນໃຊ້ພາສາຝຼັ່ງ (OIF) ດ້ວຍການໜູນຊ່ວຍຂອງອົງການມະຫາວິທະຍາໄລໃຊ້ພາສາຝຼັ່ງ (AUF). ທີ່ກອງປະຊຸມ, ບັນດາລັດຖະມົນຕີຂອງ 45 ປະເທດສະມາຊິກ OIF ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບຕົວຈິງ ແລະ ແງ່ຫວັງພັດທະນາເຕັກນິດດີຈີຕອນໃນມະຫາວະທະຍາໄລໃຊ້ພາສາຝຼັ່ງ. ກອງປະຊຸມໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການຊອກຮູ້, ແລກປ່ຽນຂໍ້ມູນຂ່າວສານ ແລະ ນຳໃຊ້ບັນດາແຫຼ່ງເຕັກນິດດີຈີຕອນລວມຂອງບັນດາຮາກຖານສຶກສາມະຫາວິທະຍາໄລ ໂດຍຜ່ານການເປີດປະຕູຖາມຂໍ້ມູນເອເລັກໂຕນິກໃຊ້ພາສາຝຼັ່ງ ລວມ.
ວັນທີ 8/6, ທ່ານລັດຖະມົນຕີ ຟ້າມຫວູລ້ວນ ມີການພົບປະເຈລະຈາກັບທ່ານນາງ Najat Valluad Belkacem, ລັດຖະມົນຕີວ່າການກະຊວງສຶກສາແຫ່ງຊາດ, ສຶກສາມະຫາວິທະຍາໄລ ແລະ ຄົ້ນຄວ້າຝຼັ່ງ. ລັດຖະມົນຕີທັງ 2 ທ່ານໄດ້ເຫັນດີເປັນເອກະສັນບາງເນື້ອໃນເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດ ສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນການແລກປ່ຽນທຶນສຶກສາລະຫວ່າງ 2 ປະເທດ, ແຕ່ງຕັ້ງຄູສອນ, ນັກຄົ້ນຄວ້າຂອງຫວຽດນາມ ໄປສຶກສາລະດັບປະລິນຍາເອກຢູ່ຝຼັ່ງ, ສອນພາສາຫວຽດນາມໃຫ້ຄົນຫວຽດນາມ ຢູ່ຝຼັ່ງ . ໃນວັນດຽວກັນ, ທ່ານລັດຖະມົນຕີ ຟ້າມຫວູລ້ວນ ໄດ້ເປັນປະທານກອງປະຊຸມສະພາມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຮ່າໂນ້ຍ ຄັ້ງທີ 2.