ຫວຽດນາມແລະມຽນມາຊຸກຍູ້ການຮ່ວມມືຫຼາຍດ້ານ
ຫວຽດນາມແລະມຽນມາຊຸກຍູ້ການຮ່ວມມືຫຼາຍດ້ານ
(ພາບ: chinhphu.vn)
(vovworld) - ວັນທີ 29/05, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດມຽມາ U Wunna Maung Lwin ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຫວຽດນາມ - ມຽນມາ (ຄະນະກຳມະການປະສົມ) ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Nay Pyi Taw ປະເທດມຽນມາ. 2 ຝ່າຍເຫັນດີບັນລຸວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 500 ລ້ານ USD ໃນປີ 2015. ມຽນມາ ໄດ້ຕີລາຄາວ່າ ບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ ແລະ ມີຜົນປະໂຫຍດຢ່າງແທດຈິງ. ພ້ອມທັງໃຫ້ຮູ້ວ່າ, ມຽນມາ ພວມພິຈາລະນາອອກໜັງສືອະນຸຍາດໃຫ້ BIDV ເປີດສາຂາທະນາຄານຢູ່ມຽນມາ ແລະ ຮັບຮູ້ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ່ແກ້ບັນດາວິສາຫະກິດຫວຽດນາມ ດຳເນີນທຸລະກິດຢູ່ມຽນມາ.
ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, 2 ຝ່າຍຢືນຢັນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ; ສົມທົບກັບບັນດາປະເທດສະມາຊິກອາຊຽນ ອື່ນໃນການສ້າງຕັ້ງປະຊາຄົນອາຊຽນ ໃນທ້າຍປີ 2015. ມຽນມາ ຢືນຢັນຫຼັກໝັ້ນປາດຖະໜາຢາກໃຫ້ທຸກຝ່າຍກ່ຽວຂ້ອງທະເລຕາເວັນອອກ ພ້ອມກັນແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ອີງຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສູ້ຊົນບັນລຸໄດ້ປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).