ຫວຽດນາມແລະລັດເຊຍຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ

ຫວຽດນາມແລະລັດເຊຍຈັດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:chinhphu.vn


(vovworld)- ວັນ​ທີ 6/9, ຢູ່ Vladivostok ປະ​ເທດ ລັດ​ເຊຍ, ​ອະນຸ​ກຳມະການ ຫວຽດນາມ ​ແລະ ອະນຸ​ກຳມະການ ລັດ​ເຊຍ ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ ລັດ​ຖະບານ ຫວຽດນາມ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ ຄັ້ງ​ທີ 17. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ, ປະທານ​ອະນຸ​ກຳ​ມະ​ການ ຫວຽດນາມ ​ແລະ ທ່ານ Igor Ivanovic Shuvalov, ຮອງ​ນາຍົກລັດຖະມົນຕີທີຫນຶ່ງ ລັດ​ເຊຍ, ປະທານ​ອະນຸ​ກຳມະການ ລັດ​ເຊຍ ນຳ​ຫນ້າ​ສອງ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຮ່ວມ​ມື​ຈຸດ​ສຸມ ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ວິທະຍາສາດ​ເຕັກນິກ, ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ພ້ອມ​ທັງ ວາງ​ອອກ​ບັນດາ​ມາດ​ຕະການ​ເໝາະສົມ​ເພື​່ອສົມທົບ​ແກ້​ໄຂ​ບັນດາ​ບັນຫາ​ຮ່ວມ​ມື​ທີ່​ຍັງ​ຄົງ​ຄ້າງ, ​ເປັນ​ເອກະ​ພາບ​ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ