ເອກອັກຄະລັດຖະທູດ ຫວູຮ່ວາງລອງ (ຢູ່ກາງ) ແນະນຳ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ
|
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລີບັງ ແຕ່ວັນທີ 26 -30/9, ຄະນະປະຕິບັດງານສະຖານທູດ ຫວຽດນາມ ປະຈຳ ອີຢິບ ຮັບຜິດຊອບ ລີບັງ ໂດຍທ່ານ ເອກອັກຄະລັດຖະທູດ ໂດ໋ຮ່ວາງລອງ ນຳໜ້າ, ເຂົ້າຢ້ຽມຂຳ່ນັບທ່ານນາຍົກລັດຖະມົນຕີ ລີບັງ Tammam Salam, ເຮັດວຽກກັບການນຳບັນດາກະຊວງເສດຖະກິດ - ການຄ້າ ແລະ ກະຊວງແຮງງານ Liban ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ Tammam Salam ໃນວັນທີ 28/9, ທ່ານເອກອັກຄະລັດຖະທູດ ໂດ໋ຮ່ວາງລອງ ປາດຖະໜາວ່າ: ທ່ານນາຍົກລັດຖະມົນຕີ Tammam Salam ເອົາໃຈໃສ່ສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລີບັງ, 2 ປະເທດສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການ, ເວທີປາໄສ. ຫວຽດນາມ ສະເໜີໃຫ້ ລີບັງ ພິຈາລະນາຮັບຮູ້ ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນ. 2 ປະເທດຄົ້ນຄ້ວາຄວາມສາມາດສຸມໃສ່ເປີດກ້ວາງການພົວພັນຮ່ວມມືໃນຂົງເຂດການຄ້າ, ການບໍລິການານເງິນ - ທະນາຄານ, ການທ່ອງທ່ຽວ ແລະ ແຮງງານ.