ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: Hoàng Chương/Vietnam+)
(vovworld)-ຕອນເຊົ້າວັນທີ 22/8 ຢູ່ນະຄອນຫລວງ ວຽງຈັນ, ຄະນະຜູ້ແທນກະຊວງອຸດສາຫະກຳ ການຄ້າຫວຽດນາມ ໂດຍທ່ານ ຫງວຽນເກີມຕູ ຮອງລັດຖະມົນຕີກະຊວງດັ່ງກ່າວນຳຫນ້າ ໄດ້ເຈລະຈາກັບຄະນະຜູ້ແທນກະຊວງອຸດສາຫະກຳ ການຄ້າ ລາວ ໂດຍທ່ານ ນາງເຂັມມະນີ ພົນເສນາ ຮອງລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ລາວນຳຫນ້າ, ເພື່ອຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງປະເທດ. ສອງຝ່າຍຮັບຮູ້ວ່າ ໃນໄລຍະມໍ່ໆມານີ້ ວົງເງິນສົ່ງອອກລະຫວ່າງສອງປະເທດ ມີບາດກ້າວເຕີບໂຕດີພໍສົມຄວນ. ໃນ 6 ເດືອນຕົ້ນປີ 2013, ວົງເງິນການຄ້າສອງສົ້ນບັນລຸ 504 ລ້ານ USD, ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ເຖິງວ່າ ມີການພັດທະນາກໍຕາມ ແຕ່ວົງເງິນການຄ້າສົ່ງອອກລະຫວ່າງສອງປະເທດບໍ່ທັນບັນລຸໄດ້ຈຸດໝາຍທີ່ສອງກະຊວງ ແລະ ລັດຖະບານສອງປະເທດມີຄວາມປາດຖະຫນາ. ໃນໄລຍະຈະມາເຖິງ, ສອງຝ່າຍເປັນເອກະພາບ ຜັນຂະຫຍາຍບາງເນື້ອໃນທີ່ຈຳເປັນ, ໃນພາຍພາກຫນ້າ ສ້າງສັນຍາການຄ້າໃຫມ່ໃຫ້ເໝາະສົມກັບສະພາບຕົວຈິງໃນປະຈຸບັນ. ຄຽງຄູ່ກັນນັ້ນ ສອງຝ່າຍຈະພິຈາລະນາສືບຕໍ່ເປີດກວ້າງປະເພດສິນຄ້າໄດ້ຮັບບຸລິມະສິດທີ່ນຳໃຊ້ໃນປີ 2014 ກໍຄື ການເພີ່ມທະວີການພົວພັນການຄ້າຢູ່ເຂດຊາຍແດນ, ຍົກສູງຊີວິດການເປັນຢູ່, ປ້ອງກັນຄວາມສະຫງົບ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ສະຖຽນລະພາບຢູ່ເຂດຊາຍແດນລະຫວ່າງສອງປະເທດ.