ຫວຽດນາມແລະລາວເພີ່ມທະວີການຮ່ວມມືຂະແໜງສານ,ກວດກາ
ເພີ່ມທະວີການຮ່ວມມືລະຫວ່າງສານປະຊາຊົນສູງສຸດ ຫວຽດນາມ - ລາວ
(ພາບ: TH)
(vovworld) - ຕອນເຊົ້າວັນທີ 3/8, ຢູ່ຮ່າໂນ້ຍ, ທ່ານຮອງປະທານສານປະຊາຊົນສູງສຸດ ຫວຽດນາມ ບຸຍງ້ອກຮ່ວາ ໄດ້ໃຫ້ການຕອນຮັບທ່ານຮອງປະທານສານປະຊາຊົນສູງສຸດ ລາວ ຄຳຜາ ແສງດາລາ ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງປະທານສານ ບຸຍງ້ອກຮ່ວາ ເຊື່ອໝັ້ນວ່າ: ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, 2 ຝ່າຍຈະສືບຕໍ່ແລກປ່ຽນກ່ຽວກັບການພົວພັນຮ່ວມມືລະຫວ່າງສານຂອງ 2 ປະເທດ ແລະ ແບ່ງປັນບົດຮຽນສ້າງຕັ້ງ ແລະ ເຄື່ອນໄຫວຂອງສານບໍລິຫານໃນລະບົບສານປະຊາຊົນ. ສານປະຊາຊົນສູງສຸດ ຫວຽດນາມ ຈະສົມທົບກັບສານປະຊາຊົນສູງສຸກ ລາວ ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນປີ 2016 ຢູ່ ຫວຽດນາມ. ສ່ວນທ່ານຮອງປະທານສານ ຄຳຜາ ແສງດາລາ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມຂອງການນຳສານສູງສຸດ 2 ປະເທດ ແລະ ບັນດາທ້ອງຖິ່ນທີ່ເປັນແຮກສ່ຽວໃນແຕ່ລະປີ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ ໃນລະຫວ່າງວັນທີ 2 – 6/8, ຕອນເຊົ້າວັນທີ 3/8 ຢູ່ນະຄອນຫລວງ ວຽງຈັນ, ຄະນະຜູ້ແທນອົງການກວດກາລັດຖະບານ ຫວຽດນາມ ໂດຍທ່ານ ຫງວຽນດືກເລື້ອງ ຮອງຫົວໜ້າອົງການກວດກາລັດຖະບານ ເປັນຫົວໜ້າຄະນະ ໄດ້ພົບປະເຈລະຈາກັບຄະນະຜູ້ແທນອົງການກວດກາລັດຖະບານ ລາວ ໂດຍທ່ານ ຄຳສຸກ ບົວຍະວົງ ຮອງຫົວໜ້າອົງການກວດກາລັດຖະບານ ເປັນຫົວໜ້າຄະນະ. 2 ຝ່າຍຕີລາຄາສູງໝາກຜົນການຮ່ວມມືແລກປ່ຽນບົດຮຽນວິຊາສະເພາະລະຫວ່າງ 2 ອົງການກວດກາລັດຖະບານໃນໄລຍະຜ່ານມາ ແລະ ຢືນຢັນວ່າ: ບັນດາບົດຮຽນນີ້ ຈະປະກອບສ່ວນບໍ່ໜ້ອຍເຂົ້າໃນການສຳເລັດໜ້າທີ່ການເມືອງຂອງ 2 ຂະແໜງການກວດກາ 2 ປະເທດເວົ້າສະເພາະ ແລະ ສ້າງການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ.