ຫວຽດນາມແລະລາວເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
(ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາ
ມີການພົບປະເຈລະຈາກັບ ທ່ານ ບຸນຍັງ ວໍລະຈິດ)
(vovworld)- ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນຊາດ ສປປລາວ, ຕອນເຊົ້າວັນທີ 03/12, ຄະນະຜູ້ແທນຂັ້ນສູງຫວຽດນາມໂດຍ ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາ ນຳໜ້າ, ໄດ້ມີການພົບປະເຈລະຈາກັບ ທ່ານ ບຸນຍັງ ວໍລະຈິດ, ຜູ້ປະຈຳການຄະນະເລຂາ ລາວ. ທີ່ການພົບ ປະສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ເປັນຕົ້ນແມ່ນກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຂອງແຕ່ລະປະເທດ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ, ການພົບປະ ລະຫວ່າງ ການນຳຂັ້ນສູງສອງພັກ, ສອງລັດ ແລະ ທຸກຂັ້ນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ; ຍູ້ແຮງວຽກງານໂຄສະນາ ກ່ຽວກັບມູນເຊື້ອແຫ່ງການພົວພັນແບບພິເສດຫວຽດນາມ-ລາວ. ສອງຝ່າຍຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດເປັນຢ່າງດີ ແລະ ກະກຽມບັນດາເນື້ອໃນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 38 ຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວເປັນຢ່າງດີ. ສິິ້ນສຸດການເຈລະຈາ, ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາໃຫ້ກູ້ຢືມສິນເຊື່ອທີ່ມີມູນຄ່າ 30 ລ້ານ USD ລະຫວ່າງ ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ(BIDV) ແລະ ກະຊວງການເງິນ ລາວ.