ຫວຽດນາມແລະສິງກະໂປເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ຫວຽດນາມແລະສິງກະໂປເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທີ່ການເຈລະຈາ
(ພາບ:Phạm Kiên/TTXVN)

(vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 21/7, ຢູ່​ຮ່າ​ໂນ້ຍ, ຜູ້ອຳນວຍການ​ອົງການ​ສືບສວນ​ການ​ກະທຳ​ດ້ານ​ສໍ້​ລາດ​ບັງ​ຫຼວງ​ສິງກະ​ໂປ Wong Hong Kuan ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ ຮິ່ງ​ຟອງ​ຈາງ. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍປະຕິບັດ​ຂໍ້​ຕົກລົງຮ່ວມ​ມື 2 ຝ່າຍ, ອົງການ​ກວດກາ​ລັດຖະບານ​ຫວຽດນາມ ​ແລະ ອົງການ​ສືບສວນ​ການ​ກະທຳ​ດ້ານ​ສໍ້​ລາດ​ບັງ​ຫຼວງ​ສິງກະ​ໂປ ​​ໄດ້​ເພີ່ີມທະວີ​ບັນດາ​ການ​ພົບ​ປະ, ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຢ່າງ​ມີຜົນ​ປະ​ໂຫຍ​ດ​ທີ່​ສຸດ. ​ເມື່ອ​ເຕື້ອງ​ເຖິງ​​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ແລະ ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ​ຫົວໜ້າອົງການ​ກວດກາລັດຖະບານ​ຫວຽດນາມ ຮິ່ງຟອງ​ຈາງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ລັດຖະບານກໍ​ໄດ້​​ກໍ່ສ້າງ​ ​ແລະ ປະກາດ​ໃຊ້ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຮອດ​ປີ 2020. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ: ​ໃນ​ໄລຍະຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຜ່ານ​ບັນດາ​ຮູບ​ການ​ຄື: ສະໜອງ​ບັນດາ​ຊຸດ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ, ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ສະ​ເພາະ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ເພື່ອ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ຈັດ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ, ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ຂ່າວ/ບົດ​ອື່ນ